ຂປລ
ການປ່ອຍແກັສເຮືອນແກ້ວ ໃນຊູແອດ ເພີ່ມຂຶ້ນ 7% ໃນປີ 2024 ຊື່ງເປັນຕົວເລກຫລາຍທີ່ສຸດ ນັບຕັ້ງແຕ່ປີ 1990 ໂດຍເປັນຜົນມາຈາກ ການໃຊ້ນໍ້າມັນກາຊວນ ເພີ່ມຂຶ້ນຫລາຍ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ສະຕອກໂຮມ ປະເທດຊູແອດ ເມື່ອບໍ່ດົນມານີ້ວ່າ: ການປ່ອຍແກັສເຮືອນແກ້ວ ໃນຊູແອດ ເພີ່ມຂຶ້ນ 7% ໃນປີ 2024 ຊື່ງເປັນຕົວເລກຫລາຍທີ່ສຸດ ນັບຕັ້ງແຕ່ປີ 1990 ໂດຍເປັນຜົນມາຈາກ ການໃຊ້ນໍ້າມັນກາຊວນ ເພີ່ມຂຶ້ນຫລາຍ.
ສຳນັກງານ ຄຸ້ມຄອງ ສິ່ງແວດລ້ອມ ແຫ່ງຊາດ ຊູແອດ ກ່າວວ່າ: ການປ່ອຍແກັສເຮືອນແກ້ວ ລວມມີ 47,5 ລ້ານໂຕນ ທຽບເທົ່າກັບ ກາກບອນດີອົກຊິດ ເພີ່ມຂຶ້ນຫລາຍກວ່າ 3 ລ້ານໂຕນ ເມື່ອທຽບກັບປີ 2023. ຕົວເລກສະຖິຕິ ດັ່ງກ່າວ ຖືເປັນການ ເພີ່ມຂຶ້ນ ລາຍປີ ຫລາຍທີ່ສຸດ ນັບຕັ້ງແຕ່ ປີ 1990,ໂດຍຍົກເວັ້ນ ປີ 2010 ຊຶ່ງເປັນ ໄລຍະ ການຟື້ນຕົວຈາກ ວິກິດການທາງການເງິນ. ສ່ວນສາເຫດຫລັກ ມາຈາກ ການນໍາໃຊ້ ນໍ້າມັນກາຊວນ ຈາກເຊື້ອໄຟຟໍສຊິລເພີ່ມຂຶ້ນ ໃນຍານພາຫະນະ ຕາມຖະໜົນ ແລະ ເຄື່ອງຈັກ. ຂະນະທີ່ ພາກການ ຂົນສົ່ງ ພາຍໃນປະເທດ ເປັນແຫ່ງປ່ອຍແກັສ ເຮືອນແກ້ວ ຂະໜາດໃຫຍ່ທີ່ສຸດ ຂອງ ຊູແອດ ໃນປັດຈຸບັນນີ້./
KPL