ກອງປະຊຸມສຸດຍອດການທ່ອງທ່ຽວ ປະສານສົມທົບ ເຫດການ-ການດຳເນີນ ທຸລະກິດທົ່ວໂລກ 2025

19/12/2025 12:54
ຂປລ ກອງປະຊຸມ ສຸດຍອດ ການທ່ອງທ່ຽວ ປະສານສົມທົບ ເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ມົດສະກູ ຂອງ ຣັດເຊຍ ດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍ ໃຈ ທີ່ເປັນຫລາຍຮູບແບບ: ໂອກາດໃໝ່ ໃຫ້ແກ່ ການເຕີບໂຕ ທົ່ວໂລກ”, ບັນດາຜູ້ແທນ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບບັນດາບັນຫາຂອງ MICE.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ການທ່ອງທ່ຽວ ປະສານສົມທົບ ເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ມົດສະກູ ຂອງ ຣັດເຊຍ  ດ້ວຍຫົວຂໍ້ ສາມັກຄີກັນ ຜ່ານການເປີດເຜີຍໃຈ ທີ່ເປັນຫລາຍຮູບແບບ: ໂອກາດໃໝ່ ໃຫ້ແກ່ ການເຕີບໂຕ ທົ່ວໂລກ”, ບັນດາຜູ້ແທນ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບບັນດາບັນຫາຂອງ MICE. ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ສາມັກຄີກັນ ຜ່ານການເປີດເຜີຍໃຈ ທີ່ເປັນຫລາຍຮູບແບບ: ໂອກາດໃໝ່ ໃຫ້ແກ່ ຂະແໜງ MICE. ຢູ່ວາລະປະຊຸມ, ບັນດາຜູ້ແທນ ສອງນະຄອນທ່ອງທ່ຽວແຖວໜ້າ ຂອງຣັດເຊຍແມ່ນ Moscow, Saint Peterburg ແລະ ບັນດາຜູ້ແທນສາກົນ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບ ສະພາບການ ປັດຈຸບັນ ແລະ ແງ່ຫວັງຂອງຂະແໜງ MICE ໃນບັນດາປະເທດ BRICS ແລະ ຢູ່ຂົ້ວໃຕ້ໜ່ວຍໂລກ, ບັນດາໂອກາດໃໝ່ ເປີດອອກຈາກການຮ່ວມມືສາກົນ ໂດຍອີງຕາມ ຄວາມເຄົາລົບ ວັດທະນະທຳ ແລະ ຄວາມເປັນຫລາຍຮູບ ຫລາຍແບບ ໃນການດຳເນີນທຸລະກິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top