ຂປລ
ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມໃນກອງປະຊຸມສະຫລຸບການປະຕິບັດວຽກງານຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 17 ທັນວາ 2025 ນີ້.
ຂປລ. ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມໃນກອງປະຊຸມສະຫລຸບການປະຕິບັດວຽກງານຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 17 ທັນວາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ເນ້ັນ ໃຫ້ພາກສ່ວນກ່ຽວຂ້ອງປັບປຸງກົງຈັກ, ກົນໄກການບໍລິຫານຂອງ ລັດວິສາຫະກິດ ໂດຍປັບປຸງສະພາບໍລິຫານ, ລັດວິສາຫະກິດຂະໜາດໃຫຍ່, ປະທານສະພາບໍລິຫານ (ຂັ້ນຮອງລັດຖະມົນຕີ) ຕ້ອງເປັນເລຂາຄະນະພັກ ແລະ ເຮັດວຽກປະຈໍາຢູ່ລັດວິສາຫະກິດ; ຄະນະສະພາບໍລິຫານ, ຄະນະອຳນວຍການຕ້ອງມີການເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ເປັນມືອາຊີບ; ແບ່ງໜ້າທີ່, ຄວາມຮັບຜິດຊອບຢ່າງຈະແຈ້ງລະຫວ່າງຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງກັບກະຊວງການເງິນ ແລະ ກະຊວງ, ອົງການ ແລະ ທ້ອງຖິ່ນທີ່ລັດວິສາຫະກິດຂຶ້ກັບ, ພ້ອມທັງປັບປຸງແຜນດໍາເນີນທຸລະກິດ, ຕ້ອງມີປະສິດທິຜົນ, ມີກໍາໄລ ແລະ ບໍ່ໃຫ້ຫລຸດທຶນເດັດຂາດ.
ພ້ອມນີ້, ທ່ານປະທານປະເທດ ຍັງເນ້ັນໃຫ້ຄະນະປະຕິຮູບລັດວິສາຫະກິດເອົາໃຈໃສ່ປັບປຸງພາລະບົດບາດ, ໜ້າທີ່ຂອງລັດວິສາຫະກິດໃຫ້ຈະແຈ້ງ, ຕ້ອງແຍກ ແລະ ແກ້ໄຂບັນຫາສາຍພົວພັນລະຫວ່າງການຄຸ້ມຄອງມະຫາພາກຂອງລັດຕໍ່ລັດວິສາຫະກິດ ແລະ ຄວາມເປັນເຈົ້າ, ສິດໃນການຄຸ້ມຄອງ-ບໍລິຫານທຸລະກິດຂອງລັດວິສາຫະກິດ; ກຳນົດເປົ້າໝາຍໃຫ້ບັນລຸເຮັດໃຫ້ລັດວິສາຫະກິດມີກໍາລັງແຮງ, ມີຄວາມສາມາດໃນການປະຕິບັດນະໂຍບາຍຂອງພັກ-ລັດ, ດັດສົມ-ແກ້ໄຂບັນຫາເຄ່ັງຮ້ອນດ້ານເສດຖະກິດທີ່ເກີດຂຶ້ນໄດ້, ບັນຫາທ່ີເປັນຄໍຫອຍ-ຍຸດທະສາດສໍາຄັນທ່ີພາກເອກະຊົນບໍ່ສາມາດເຮັດໄດ້; 5 ປີຕໍ່ໜ້າຕ້ອງແກ້ໄຂບັນຫາໜີ້ສິນໃນລັດວິສາຫະກິດໃຫ້ໄດ້, ແກ້ໄຂຄວາມໂປ່ງໃສ, ການບໍລິຫານທ່ີດີຂອງລັດວິສາຫະກິດ, ປັບປຸງກົງຈັກ-ບຸກຄະລາກອນຂອງລັດວິສາຫະກິດໃຫ້ປອດໃສ ຂາວສະອາດ, ຕ້ອງຈິງໃຈ, ຊື່ສັດບໍລິສຸດ, ຕັ້ງໜ້າເປັນເຈົ້າການເຮັດທຸລະກິດໃຫ້ລັດຢ່າງແທ້ຈິງ. ພາຍຫລັງສໍາເລັດກອງປະຊຸມໃຫຍ່ ຄ້ັງທີ XII ຂອງພັກ, ໃຫ້ບັນດາສະຫາຍນໍາເອົາຍຸດທະສາດປະຕິຮູບ ແລະ ແຜນພັດທະນາລັດວິສາຫະກິດເຫລົ່ານັ້ນ ໄປຜ່ານລັດຖະບານ ແລະ ຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ, “ຕ້ອງເປັນແຜນປະຕິຮູບ ຫລື ຍຸດທະສາດທີ່ກ້າວໄປເຖິງການປະຕິວັດລັດວິສາຫະກິດ” ເຮັດໃຫ້ວິສາຫະກິດຂອງພວກເຮົາມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີປະສິດທິຜົນ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດ ໂດຍມີຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ, ກະຊວງ-ອົງການ ແລະ ແຂວງ, ບັນດາຜູ້ອໍານວຍການຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າຈາກທະຄານໂລກປະຈຳລາວເຂົ້າຮ່ວມ.
ກອງປະຊຸມ ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບ, ຜູ້ປະຈໍາການຫ້ອງການຄະນະປະຕິຮູບລັດວິສາຫະກິດ ໄດ້ຍົກໃຫ້ເຫັນສະພາບລວມການປະຕິຮູບລັດວິສາຫະກິດຢູ່ ສປປ ລາວ ໃນໄລຍະຜ່ານມາ; ສະຫລຸບການຈັດຕັ້ງປະຕິບັດວຽກງານປະຕິຮູບລັດວິສາຫະກິດປີ 2025; ທິດທາງ, ແຜນການ ແລະ ວຽກຈຸດສຸມຂອງການປະຕິຮູບລັດວິສາຫະກິດປີ 2026 ໂດຍປະຕິບັດຕາມມະຕິກົມການເມືອງສູນກາງພັກ ເລກທີ 05/ກມສພ ວ່າດ້ວຍການປັບປຸງ ແລະ ກໍ່ສ້າງວິສາຫະກິດໃນໄລຍະໃໝ່ໄດ້ກຳນົດວ່າ: ຕ້ອງປັບປຸງ ແລະ ກໍ່ສ້າງວິສາຫະກິດຂອງລັດໃຫ້ມີຄວາມເຂັ້ມແຂງທາງດ້ານໂຄງສ້າງ ແລະ ໄປຕາມທິດອຸດສາຫະກຳຮຸ້ນສ່ວນດ້ວຍຮູບການທີ່ເໝາະສົມ, ສາມາດເປັນກຳລັງແຮງໃຫ້ແກ່ລັດເຮົາໃນການຊຸກຍູ້ການເຕີບໂຕ, ການສະສົມທຶນຮອນ ແລະ ການສະໜອງສາທາລະນະ ປະໂຫຍດໃຫ້ສັງຄົມ ພ້ອມກັບການ ຕອບສະໜອງຄວາມຕ້ອງການ ໃຫ້ແກ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ໃນມະຕິ ດັ່ງກ່າວ ຍັງກຳນົດ 6 ວຽກຈຸດສຸມ ຄື: ປັບປຸງກົນໄກການຄຸ້ມຄອງ ເພື່ອໃຫ້ວິສາຫະກິດຂອງລັດເປັນເຈົ້າຕົນເອງໃນການດຳເນີນທຸລະກິດ; ຈຳແນກໃຫ້ຈະແຈ້ງລະຫວ່າງການປະຕິບັດໜ້າທີ່ ຫລື ເປົ້າໝາຍຍຸດທະສາດດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ເປົ້າໝາຍຍຸດທະສາດດ້ານເສດຖະກິດ-ສັງຄົມ; ປັງປຸງນະໂຍບາຍລະບົບລະບຽບໃຫ້ມີຄວາມເໝາະສົມ ແລະ ເອື້ອອຳນວຍກວ່າເກົ່າ; ຄົ້ນຄວ້າການຫັນໄປສ່ຮູບແບບວິສາຫະກິດປະສົມ ຫລື ຮຸ້ນສ່ວນ; ເພ່ີມທະວີບົດບາດ ແລະ ຄວາມສາມາດໃນການຄຸ້ມຄອງລັດຕ່ໍວິສາຫະກິດລັດ; ປັບປຸງການຈັດຕັ້ງ, ແບບແຜນການນຳພາ ແລະ ການເຄື່ອນໄຫວຂອງພັກ, ອົງການຈັດຕັ້ງມະຫາຊົນຢູ່ລັດວິສາຫະກິດ.
ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ
KPL