ອັດຕາການວ່າງງານ ໃນ ສ.ອາເມລິກາ ເພີ່ມຂຶ້ນ 4,6% ສູງສຸດ ໃນຮອບ 4 ປີ

20/12/2025 11:26
ຂປລ ອັດຕາ ການວ່າງງານ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 4,6% ອິກຄັ້ງ ໃນເດືອນ ພະຈິກ, ຖືເປັນ ຕົວເລກ ສູງສຸດ ໃນຮອບ 4 ປີ, ຕາມຂໍ້ມູນ ຢ່າງເປັນທາງການ ໂດຍເນັ້ນໜັກເຖິງ ການຢຸດຈຶ້ງ ຂອງ ຕະຫລາດແຮງງານ ພາຍໃນປະເທດ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 17 ທັນວາວ່າ: ອັດຕາ ການວ່າງງານ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 4,6%  ອິກຄັ້ງ ໃນເດືອນ ພະຈິກ, ຖືເປັນ ຕົວເລກ ສູງສຸດ ໃນຮອບ 4 ປີ, ຕາມຂໍ້ມູນ ຢ່າງເປັນທາງການ ໂດຍເນັ້ນໜັກເຖິງ ການຢຸດຈຶ້ງ ຂອງ ຕະຫລາດແຮງງານ ພາຍໃນປະເທດ ຊຶ່ງມີ ຂະໜາດ ເສດຖະກິດ ໃຫຍ່ທີ່ສຸດ ໃນໂລກ. ໃນຂະນະດຽວກັນ, ກະຊວງແຮງງານ ສ.ອາເມລິກາ ລະບຸວ່າ: ເສດຖະກິດ ສ.ອາເມລິກາ ໄດ້ສູນເສຍ ຕໍາແໜ່ງງານ 105.000 ຕຳແໜ່ງ ເມື່ອເດືອນຕຸລາ ທີ່ຜ່ານມາ, ເຖິງແມ່ນວ່າ ການຈ້າງງານ ເພີ່ມຂຶ້ນອີກຄັ້ງ ໃນເດືອນຖັດມາ 64.000  ຕຳແໜ່ງ ແຕ່ຍັງຄົງຊ້າກວ່າ ເມື່ອທຽບໃສ່ເດືອນຜ່ານມາ.

ເມື່ອເດືອນພະຈິກ ໄດ້ມີການຈ້າງງານ ເພີ່ມຂຶ້ນ ໃນພາກການດູແລ ສຸຂະພາບ ແລະ ການກໍ່ສ້າງ, ສ່ວນເດືອນຕຸລາ ທີ່ຜ່ານມາ ມີການຫລຸດລົງ ຢ່າງຫລວງຫລາຍ ໂດຍສະເພາະ ພາກລັດ 162.000 ຕຳແໜ່ງ, ເນື່ອງຈາກ ພະນັກງານ ລັດຖະບານກາງ ບາງສ່ວນ ຍອມຮັບ ຂໍ້ສະເໜີ ການລາອອກ ຕາມມາດຕະການ ຊັດດາວ ຄັ້ງຍາວນານ ທີ່ສຸດ ໃນປະຫວັດສາດ./

KPL

ຂ່າວອື່ນໆ

ads
ads

Top