ຂປລ
ກອງປະຊຸມສາກົນ ກ່ຽວກັບ ການປາບປາມ ການລອກລວງ ທາງໂທລະຄົມ ທົ່ວໂລກ ຈັດຂຶ້ນຢູ່ນະຄອນຫລວງ ບາງ ກອກ ຂອງໄທ ເມື່ອບໍ່ດົນມານີ້ ໂດຍມີ ຈຸດປະສົງ ເພື່ອຮຽກຮ້ອງ ໃຫ້ປະຊາຄົມໂລກ ເລັ່ງລັດປະສານງານກັນເພື່ອ ພ້ອມກັນ ຮັບມືກັບ ການຫລອກລວງ ທາງໂທລະຄົມ ທີ່ນັບມື້ ນັບຮ້າຍແຮງຂຶ້ນ.

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ກອງປະຊຸມສາກົນ ກ່ຽວກັບ ການປາບປາມ ການລອກລວງ ທາງໂທລະຄົມ ທົ່ວໂລກ ຈັດຂຶ້ນຢູ່ນະຄອນຫລວງ ບາງກອກ ຂອງໄທ ເມື່ອບໍ່ດົນມານີ້ ໂດຍມີ ຈຸດປະສົງ ເພື່ອຮຽກຮ້ອງ ໃຫ້ປະຊາຄົມໂລກ ເລັ່ງລັດປະສານງານກັນ ເພື່ອພ້ອມກັນຮັບມືກັບ ການຫລອກລວງ ທາງໂທລະຄົມ ທີ່ນັບມື້ ນັບຮ້າຍແຮງຂຶ້ນ. ເຂົ້າຮ່ວມເປັນເຈົ້າພາບ ໂດຍລັດຖະ ບານໄທ ແລະ ສຳນັກງານ ວ່າດ້ວຍ ຢາເສບຕິດ ແລະ ກໍ່ອາຊະຍາກຳ ອົງການ ສະຫະປະຊາຊາດ(ສປຊ)ໂດຍມີ ຜູ້ແທນຫລາຍກວ່າ 330 ຄົນ ທີ່ມາຈາກ 60 ປະເທດ, ອົງການຈັດຕັ້ງສາກົນ ແລະ ອົງການ ຈັດຕັ້ງ ທາງສັງຄົມ 5 ແຫ່ງ ລວມມີ ສປ ຈີນ, ອິນໂດເນເຊຍ, ສສ ຫວຽດນາມ, ມຽນມາ ແລະ ສປປ ລາວ ກໍ່ໄດ້ສົ່ງຜູ້ແທນ ລະດັບກະຊວງ ເຂົ້າຮ່ວມ.ຈາກນັ້ນ ທ່ານ ອະນຸທິນ ຊານວີຣະກູນ, ຮັກສາ ການນາຍົກລັດຖະມົນຕີໄທ ກ່າວວ່າ: ໄທ ກະກຽມດຳເນີນ ການຮ່ວມມືກັບປະເທດຕ່າງໆ ແລະ ຝ່າຍທີ່ກ່ຽວຂ້ອງ ໃນທຸກເວລາ ເພື່ອປາບປາມ ການຫລອກລວງ ທາງໂທລະຄົມ ໃນຂອບເຂດ ທົ່ວໂລກ ຢ່າງແທ້ຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL