ເອຢິບ ຂົນສົ່ງເຄື່ອງຊ່ວຍເຫລືອມະນຸດສະທຳ ເຂົ້າໄປເຂດ ກາຊາ ຕື່ມອີກ 10.000 ໂຕນ

19/12/2025 12:55
ຂປລ ງວດເຄື່ອງຊ່ວຍເຫລືອຂົນຈາກ ເອຢິບ ເຂົ້າໄປເຂດ ກາຊາ ເມື່ອບໍ່ດົນມານີ້ ລວມມີ ສະບຽງອາຫານ, ຢາປິ່ນປົວພະ ຍາດ, ອຸປະກອນການແພດ, ເຊື້ອເພີງ ຫລາຍກວ່າ 8.000 ໂຕນ, ພ້ອມກັບຜ້າຫົ່ມ, ເຄື່ອງກັນໜາວ ແລະ ຜ້າບາດ, ຕູບເກືອບ 70.000 ຜືນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ງວດເຄື່ອງຊ່ວຍເຫລືອຂົນຈາກ ເອຢິບ ເຂົ້າໄປເຂດ ກາຊາ ເມື່ອບໍ່ດົນມານີ້ ລວມມີ ສະບຽງອາຫານ, ຢາປິ່ນປົວພະຍາດ, ອຸປະກອນການແພດ, ເຊື້ອເພີງ ຫລາຍກວ່າ 8.000 ໂຕນ, ພ້ອມກັບຜ້າຫົ່ມ, ເຄື່ອງກັນໜາວ ແລະ ຜ້າບາດ, ຕູບເກືອບ 70.000 ຜືນ.ນີ້ແມ່ນງວດເຄື່ອງຊ່ວຍເຫລືອ ມະນຸດສະທຳ ຖ້ຽວທີ 95 ທີ່ໄດ້ຂົນສົ່ງເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad Al Izza:  ຈາກ ເອຢິບ ເຂົ້າເຂດ ກາຊາທີ່ໄດ້ປຸກລະດົມເມື່ອເດືອນ ກໍລະກົດຜ່ານມາ. ງວດເຄື່ອງຊ່ວຍເຫລືອຕໍ່ໄປ ກໍພວມໄດ້ຮັບການກະກຽມ ຢ່າງຮີບດ່ວນ, ດ້ວຍການເຂົ້າຮ່ວມ ຂອງອາສາສະ ໝັກ 35.000 ຄົນໃນທົ່ວ ເອຢິບ.ເອຢິບ ແມ່ນປະເທດ ສວມບົດບາດ ແກ່ນສານໃນຄວາມມານະພະຍາຍາມຊ່ວຍເຫລືອ ມະນຸດສະທຳ ໃຫ້ແກ່ ປະຊາຊົນ ກາຊາ ໃນໄລຍະ ເກີດການປະທະກັນ ໃນຕະຫລອດ 2 ປີ ກວ່າ ທີ່ຜ່ານມາ. ນັບແຕ່ຫົວທີເດືອນ ຕຸລາ 2023, ກາຍໂຣ ໄດ້ສົມທົບກັບ ບັນດາຝ່າຍທີ່ກ່ຽວຂ້ອງ ຂົນສົ່ງເຄື່ອງຊ່ວຍ ເຫລືອ ມະນຸດສະທຳ ປະມານ 700.000 ໂຕນ ຜ່ານ 2 ດ່ານຊາຍແດນ ທາງບົກ, ກວມເອົາກວ່າ 70% ຂອງປະລິມານເຄື່ອງຊ່ວຍເຫລືອ ມະນຸດສະທຳສາກົນ ທັງໝົດ ທີ່ສົ່ງໃຫ້ກາຊາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top