ຂປລ
ກອງປະຊຸມ ວຽກງານ ເສດຖະກິດ ຂັ້ນສູນກາງຂອງສປ ຈີນ ໄດ້ໄຂຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ກ່າວຄຳປາໄສ ສຳຄັນ ໃນກອງປະຊຸມຄັ້ງນີ້ ເພິ່ນໄດ້ລົງເລິກ ວິເຄາະວິທີການເຮັດວຽກ ເສດຖະກິດ

ຂປລ.ວິທະຍຸ-ໂທລະພາບ ສູນກາງພັກ, ເມື່ອບໍ່ດົນມານີ້, ກອງປະຊຸມ ວຽກງານ ເສດຖະກິດ ຂັ້ນສູນກາງຂອງສປ ຈີນ ໄດ້ໄຂຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ກ່າວຄຳປາໄສ ສຳຄັນ ໃນກອງປະຊຸມຄັ້ງນີ້ ເພິ່ນໄດ້ລົງເລິກ ວິເຄາະວິທີການເຮັດວຽກ ເສດຖະກິດໃຫ້ດີວ່າ: “ຫລາຍປີຜ່ານມານີ້, ຂ້າພະເຈົ້າ ໄດ້ເນັ້ນໜັກຫລາຍເທື່ອ ກ່ຽວກັບວິທີການປະຕິບັດຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ”. “ທິດທາງ, ໜ້າທີ່, ນະໂຍບາຍຂອງສູນກາງພັກ ກ່ຽວກັບ ວຽກງານເສດຖະກິດໃນປີໜ້າ ແມ່ນໄດ້ວາງອອກ ໂດຍຜ່ານການພິສູດ ຢ່າງເຕັມສ່ວນ ແລະ ຄົ້ນຄວ້າ ເທື່ອແລ້ວ ເທື່ອອີກ. ເມື່ອຕົກລົງແລ້ວ ກໍຕ້ອງຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ.” “ໃນເວລາ ຈັດຕັ້ງປະຕິບັດ ຕ້ອງສົມທົບກັບ ສະພາບຄວາມເປັນຈິງ ແລະ ວາງມາດຕະການ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ”.
ການປະຕິບັດ ແຜນພັດທະນາ ເສດຖະກິດ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 ຂອງ ສປ ຈີນ ໃກ້ຈະສຳເລັດລົງ, ຂະບວນການໃໝ່ ແຫ່ງການປະຕິບັດ ເປົ້າໝາຍສູ້ຊົນຮ້ອຍປີ ປະການທີ 2 ໄດ້ມີການເລີ່ມຕົ້ນທີ່ດີ. ເມື່ອກ້າວໄປສູ່ ໄລຍະການປະຕິບັດແຜນການ 5 ປີຄັ້ງທີ15(2026-2030), ໂອກາດທາງຍຸດທະສາດ ແລະ ຄວາມສ່ຽງສິ່ງທ້າທາຍ ແມ່ນຄົງຕົວ ພ້ອມກັນ, ປັດໄຈບໍ່ແນ່ນອນ ແລະ ຄາດຄະເນໄດ້ຍາກໄດ້ເພີ່ມຂຶ້ນ, ສະພາບ ການພັດທະນາ ມີຄວາມສະຫລັບ ສັບຊ້ອນຫລາຍ. ຕໍ່ກັບເລື່ອງນີ້, ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ: “ສະພາບ ການຍິ່ງ ສະຫລັບ ສັບຊ້ອນ, ຍິ່ງຕ້ອງເພີ່ມທະວີ ການນຳພາຂອງພັກ ເພື່ອກາຍເປັນ ຈິດໃຈແນວຄິດ ເປັນເອກະພາບກັນ ແລະ ກຳລັງແຮງສັງລວມ ອັນເຂັ້ມແຂງ.” ໂດຍສຸມໃສ່ຫົວຂໍ້ “ຄວນເພີ່ມທະວີ ການນຳພາ ຢ່າງຮອບດ້ານ ຂອງພັກຕໍ່ວຽກງານເສດຖະກິດ” ຄືແນວໃດ, ໃນກອງປະຊຸມຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນ ດ້ວຍການວິເຄາະ ຢ່າງລະອຽດເລິກເຊິ່ງ, ໃນນີ້ ຂໍກຸນແຈ ສຳຄັນ ຈຸດໜຶ່ງ ທີ່ເພິ່ນໄດ້ເນັ້ນໜັກ ເປັນພິເສດກໍແມ່ນ “ວິທີການປະຕິບັດ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ” ຄື:
ໜຶ່ງ: “ການພັດທະນາ ກຳລັງການຜະລິດ ໃນຄຸນນະພາບໃໝ່ ຕ້ອງປະຕິບັດ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ.”ທ່ານ ສີ ຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: “ບາງທ້ອງຖິ່ນ ບໍ່ເອົາຫົວຊາ ນຳສະພາບຕົວຈິງ, ເຫີ່ຕາມກະແສນິຍົມ ຢ່າງຫລັບຫູ ຫລັບຕາ. ເມື່ອເຫັນຜູ້ອື່ນເຂົາ ພັດທະນາ ແຜ່ນຊິບ, ຕົນເອງກໍເຮັດນຳ. ເຫັນຜູ້ອື່ນເຂົາ ພັດທະນາສິນຄ້າໃໝ່ ສາມຢ່າງສົ່ງອອກ (ລົດພະລັງງານໄຟຟ້າ, ແບັດເຕີຣີລີທຽມ, ແບັດເຕີຣີພະລັງງານ ແສງຕາເວັນ)” ຕົນເອງ ກໍໄປເຮັດນຳ ໂດຍບໍ່ຍອມຖືກປະຖິ້ມຢູ່ຂ້າງຫລັງ.” ຕໍ່ກັບປະກົດການ ຈຳນວນໜຶ່ງ, ທ່ານ ສີ ຈິ້ນຜິງ ໄດ້ໃຊ້ຄຳປຽບທຽບ ທີ່ມີຊີວິດ ຊີວາມາພັນລະນາວ່າ: “ສິ່ງທີ່ມີຊີວິດມີຄວາມຫລາກຫລາຍ, ແຕ່ລະເຂດແຄວ້ນ ມີຄວາມແຕກຕ່າງກັນ, ປຽບເໝືອນ ຄົນເຮົາ ມີທັງຜູ້ເຖົ້າ ແລະ ຊາວໜຸ່ມ, ບາງຄົນອາຍຸນ້ອຍ ແລະ ບາງຄົນອາຍຸສູງ, ເປັນຫຍັງຈຶ່ງພາກັນ ເລືອກເຮັດວຽກ ດຽວກັນ?”
ສອງ: “ການອະນຸລັກ ສິ່ງແວດລ້ອມ ທຳມະຊາດ ຕ້ອງປະຕິບັດ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ.”ການແກ້ໄຂ ບັນຫາສິ່ງແວດລ້ອມ ທຳມະຊາດ ເສື່ອມໂຊມ ຕ້ອງປະຕິບັດຕາມຫລັກການ ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງເຂດແຄວ້ນຕ່າງໆ ເພື່ອພັດທະນາ ການປູກຕົ້ນໄມ້ ສ້າງໃຫ້ເປັນປ່າ, ພັດທະນາ ການລ້ຽງສັດ ຢູ່ທົ່ງຫຍ້າ, ປັບປຸງ ແລະ ນຳໃຊ້ທະເລຊາຍ, ຄຸ້ມຄອງເຂດຮົກເຮື້ອກັນດານແບບອະນຸລັກ; ໃນການອະນຸລັກ ແລະ ນຳໃຊ້ຊັບພະຍາກອນນ້ຳ, ຕ້ອງອີງຕາມເງື່ອນໄຂຊັບພະຍາກອນນ້ຳ ເພື່ອກຳນົດການຜັງເມືອງ, ວາງແຜນນຳໃຊ້ທີ່ດິນກະສິກຳ, ຄວບຄຸມຂະໜາດປະຊາກອນ ແລະ ອຸດສາຫະກຳ. ເມື່ອເວົ້າເຖິງວິທີການຕົວຈິງເຫຼົ່ານີ້, ທ່ານ ສີຈິ້ນຜິງ ໄດ້ມີຂໍ້ສະຫລຸບວ່າ: “ການພັດທະນາ ຂອງມະນຸດ ກໍແມ່ນ ຂະບວນການ ທີ່ຢູ່ຮ່ວມກັນກັບ ທຳມະຊາດ, ການຮ່າວເຮັດແບບຫ່າງເຫີນ ຈາກສະພາບຄວາມເປັນຈິງ ແມ່ນເປັນໄປບໍ່ໄດ້”
ສາມ: “ການປັບປຸງ ຫ້ອງນ້ຳຢູ່ຊົນນະບົດ ກໍຕ້ອງປະຕິບັດ ຕາມເງື່ອນໄຂ ຕົວຈິງຂອງທ້ອງຖິ່ນ ເຊັ່ນກັນ.”ຕໍ່ກັບບັນຫາການປັບປຸງ ຫ້ອງນ້ຳ ຢູ່ເຂດຊົນນະບົດ ທີ່ຕິດພັນກັບຊີວິດ ການເປັນຢູ່ຂອງປະຊາຊົນ, ທ່ານ ສີຈິ້ນຜິງ ໄດ້ມີການຄົ້ນຄວ້າ ວິເຄາະຢ່າງເລິກເຊິ່ງ: “ເຂດແຄວ້ນພາກເໜືອ ແລະ ພາກໃຕ້ຂອງປະເທດ ມີຄວາມແຕກຕ່າງກັນຫລາຍ ຊິປັບປຸງຫ້ອງນ້ຳ ໃນຮູບແບບດຽວກັນ ໄດ້ແນວໃດ? ຢູ່ເຂດທະເລຊາຍແດນຮົກເຮື້ອ ກັນດານ ມີຄົນຢູ່ບໍ່ເທົ່າໃດຄອບຄົວ, ການກໍ່ສ້າງຫ້ອງນ້ຳ ດ້ວຍມາດຕະຖານ ເຊັ່ນດຽວກັນ ມັນຈຳເປັນບໍ່? ບໍ່ຄວນເຮັດໃຫ້ໂຄງການເພື່ອຕາມໃຈປາຖະໜາຂອງປະຊາຊົນ ກາຍເປັນໂຄງການ ທີ່ປະຊາຊົນຈົ່ມວ່າ”.ຈາກການເນັ້ນໜັກໃຫ້ “ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ ເພື່ອພັດທະນາອຸດສາຫະກຳທີ່ມີເອກະລັກພິເສດ.” “ຊຸກຍູ້ຂະບວນການຫັນເປັນຕົວເມືອງຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ” ຮອດ ການສະເໜີໃຫ້ການວາງຜັງເມືອງ ຕ້ອງປະຕິບັດ ຕາມກົດເກນ ພາວະວິໄສ, ຮັກສາມູນເຊື້ອ ທີ່ມີເອກະລັກ ຂອງຕົວເມືອງ, ຫລາຍປີ ຜ່ານມານີ້, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກເທື່ອແລ້ວ ເທື່ອອີກ ກ່ຽວກັບ ຄວາມສຳຄັນ ຂອງວິທີການປະຕິບັດ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ, ເພິ່ນໄດ້ມີຄຳຊີ້ນຳ ຕໍ່ທ້ອງຖິ່ນຕ່າງໆວ່າ: “ໃຊ້ລູກກະແຈ ດວງໜຶ່ງໄຂກະແຈໜ່ວຍໜຶ່ງ, ບໍ່ໃຫ້ກົນຈັກຕາຍຕົວ, ເອົາແມ່ແບບໜຶ່ງໃຊ້ກັບທຸກວຽກ.” “ປະຕິບັດຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ, ອັນໃດດີ ໃຫ້ເສີມຂະຫຍາຍ ແລະ ປັບປຸງແກ້ໄຂ ຈຸດອ່ອນ, ບຸກເບີກເສັ້ນທາງ ການພັດທະນາ ທີ່ມີຄຸນນະພາບສູງ ແລະ ສອດຄ່ອງກັບ ສະພາບຕົວຈິງ ຂອງທ້ອງຖິ່ນຕົນ.” ການຍຶດໝັ້ນ ທຸກສິ່ງຢ່າງ ເລີ່ມຈາກສະພາບຕົວຈິງ ເປັນຈຸດເລີ່ມຕົ້ນ ແລະ ຈຸດໝາຍ ຂອງຊາວກອມມູນິດຈີນ ໃນການຄົ້ນຄວ້າບັນຫາ, ກຳນົດນະໂຍບາຍ ແລະ ປະຕີບັດງານ. ວິທີການປະຕິບັດ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ ແມ່ນແນໃສ່ ລັກສະນະພິເສດ ຂອງຂໍ້ຂັດແຍ້ງ, ເນັ້ນໜັກ ລັກສະນະໄຫວພິບ ຄ່ອງແຄ້ວຂອງຍຸດໂທບາຍ, ແຕ່ບໍ່ແມ່ນເປີດໄຟຂຽວ ເພື່ອປະຕິບັດຕາມລຳພັງ ແລະ ປະຕິບັດ ລັດທິເຫັນແກ່ ພາກສ່ວນຕົນ. ໃນກອງປະຊຸມ ວຽກງານເສດຖະກິດ ຂັ້ນສູນກາງຄັ້ງນີ້, ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: “ທ້ອງຖິ່ນຕ່າງໆ ຕ້ອງກຳແໜ້ນ ທີ່ຕັ້ງຂອງຕົນ ຢູ່ໃນສະພາບລວມ ແຫ່ງການພັດທະນາ ທົ່ວປະເທດ, ເສີມສ້າງຄວາມເຂັ້ມແຂງ ຂອງບົດບາດຕົ້ນຕໍ, ເສີມຂະຫຍາຍ ທ່າແຮງແບບສົມທຽບ”.ເຂດປັກກິ່ງ-ທຽນສິນ-ເຫີເປີຍ, ເຂດສາມຫລ່ຽມ ປາກແມ່ນ້ຳ ຢາງຊີກ້ຽງ, ເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ເປັນແຫລ່ງກຳເນີດ ແຮງຂັບເຄື່ອນ ອັນສຳຄັນ ໃນການນຳພາການພັດທະນາ ທີ່ມີຄຸນນະພາບສູງໃນທົ່ວປະເທດຈີນ. ກອງປະຊຸມ ວຽກງານເສດຖະກິດ ຂັ້ນສູນກາງຈີນ ຄັ້ງນີ້ ໄດ້ວາງແຜນກ່ຽວກັບການສ້າງສູນປະດິດສ້າງ ວິທະຍາສາດ ເຕັກໂນໂລຊີ ສາກົນປັກກິ່ງ (ເຂດປັກກິ່ງ-ທຽນສິນ-ເຫີເປີຍ), ຊຽງໄຮ (ເຂດສາມຫລ່ຽມ ປາກແມ່ນ້ຳຢາງຊີກ້ຽງ) ແລະ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ຈຸດປະສົງ ກໍເພື່ອເສີມຂະຫຍາຍທ່າແຮງ ຂອງສາມເຂດແຄວ້ນ ດັ່ງກ່າວ ທີ່ມີພື້ນຖານ ອັນເຂັ້ມແຂງດ້ານການຄົ້ນຄວ້າວິທະຍາສາດ, ເປັນບ່ອນໂຮມສູນປັດໄຈ ປະດິດສ້າງນັ້ນ ໃຫ້ດີກວ່າເກົ່າ, ສ້າງຕົວແບບ ແຫ່ງການປະດິດສ້າງ ເພື່ອນຳພາການສ້າງສາ ຄວາມທັນສະໄໝ. ທ່ານ ສີ ຈິ້ນຜິງ ກ່າວວ່າ: “ນີ້ເປັນໜ້າທີ່ສຳຄັນໜຶ່ງ.”
ການປະຕິບັດແຜນການ 5 ປີ ຄັ້ງທີ 15 ຂອງ ສປ ຈີນ ຈະເລີ່ມຕົ້ນຂຶ້ນໃນໄວໆນີ້, ການແກ້ໄຂ ການພົວພັນ ລະຫວ່າງ ສະພາບລວມ ກັບເຂດແຄວ້ນ ໃດໜຶ່ງໃຫ້ດີ, ຈັດວາງການແບ່ງງານກັບການຮ່ວມມື ໃຫ້ເກີດມີປະສິດທິຜົນ, ປະສົມປະສານ ການຍາດໂອກາດ ເພື່ອກຳກັບສິດເປັນເຈົ້າການ ໃນດ້ານການພັດທະນາ ແລະ ການເສີມຂະຫຍາຍ ທ່າແຮງຕາມເງື່ອນໄຂ ຕົວຈິງ ຂອງທ້ອງຖິ່ນຕົນ ເພື່ອສ້າງກຳລັງແຂ່ງຂັນ ສະເພາະຕົວ, ຄຳຊີ້ນຳຕ່າງໆຂອງ ທ່ານ ສີ ຈິ້ນຜິງ ກ່ຽວກັບ ວິທີການປະຕິບັດ ຕາມເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ ລ້ວນແຕ່ແມ່ນສຸມໃສ່ ການຈັດຕັ້ງປະຕິບັດ ແຜນນະໂຍບາຍຂອງສູນກາງພັກ ກອມມູນິດຈີນ ໃຫ້ເປັນຮູບປະທຳ ແລະ ເກີດມີປະສິດທິຜົນຕົວຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL