ສປ ຈີນ ເດີນທາງໄປກຳປູເຈຍ-ໄທ ອີກຄັ້ງ ເພື່ອໄກ່ເກ່ຍ ໃຫ້ຢຸດຍິງ

18/12/2025 14:34
Email Print 102
ຂປລ ໃນ​ຖາ​ນະ​ ເປັນ​ປະ​ເທດ ​ບ້ານ​ໃກ້ ​ເຮືອນ​ຄຽງ​ ແບບ​ໄມ​ຕີ​ຈິດ​ ມິດ​ຕະ​ພາບ ແລະ ​ເພື່ອນ​ມິດ, ສປ ຈີນ ມີ​ຄວາມ​ເປັນ​ຫ່ວງ ​ເປັນ​ໄຍ​​ຢ່າງ​ສູງ​ ຕໍ່​ການ​ປະ​ທະ​ກັນ​ ​ຢູ່ເຂດ​ຊາຍ​ແດນ ລະ​ຫວ່າງ ​​​ກຳ​ປູ​ເຈຍ ແລະ​ ໄທ ໃນ​ປັດ​ຈຸ​ບັນ ​ໂດຍ​ໄດ້ເດີນ​ທາງ​ ໄປ​​ໄກ່​ເກ່ຍ​ຢ່າງ​ຕໍ່​ເນື່ອງ

ຂປລ.ວິທະຍຸ-ໂທລະພາບ ສູນກາງພັກ, ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທ​ດ​ຈີນ​ ກ່າວ​ວ່າ: ໃນ​ຖາ​ນະ​ ເປັນ​ປະ​ເທດ ​ບ້ານ​ໃກ້ ​ເຮືອນ​ຄຽງ​ ແບບ​ໄມ​ຕີ​ຈິດ​ ມິດ​ຕະ​ພາບ ແລະ ​ເພື່ອນ​ມິດ, ສປ ຈີນ ມີ​ຄວາມ​ເປັນ​ຫ່ວງ ​ເປັນ​ໄຍ​​ຢ່າງ​ສູງ​ ຕໍ່​ການ​ປະ​ທະ​ກັນ​ ​ຢູ່ເຂດ​ຊາຍ​ແດນ ລະ​ຫວ່າງ ​​​ກຳ​ປູ​ເຈຍ ແລະ​ ໄທ ໃນ​ປັດ​ຈຸ​ບັນ ​ໂດຍ​ໄດ້ເດີນ​ທາງ​ ໄປ​​ໄກ່​ເກ່ຍ​ຢ່າງ​ຕໍ່​ເນື່ອງ, ໃຊ້​ຮູບ​ແບບ​ຂອງ​ຕົນ ເພື່ອຕັ້ງ​ໜ້າ​ ເສີມ​ຂະ​ຫຍາຍ ​ບົດ​ບາດ​ເຂົ້າ​ໃນ​ການ​ຜ່ອນ​ຄາຍ ​ສະ​ຖາ​ນະ​ການ ​​ທີ່ເຄັ່ງ​ຕຶງ. ທູດ​ພິ​ເສດ​ວຽກ​ງານ​ອາ​ຊີ​​ ຂອງກະ​ຊວງ ກ​ານ​ຕ່າງ​ປະ​ເທດ​ຈີນ ​ຈະ​ເດີນ​ທາງ​ໄປ ​ກຳ​ປູ​ເຈຍ ແລະ ​ໄທ ​ອີກ​ຄັ້ງ​ ໃນ​ວັນ​ທີ 18 ທັນ​ວາ​ນີ້ ເພື່ອໄກ່​ເກ່ຍ ແລະ​ ຊຸກ​ຍູ້​ໃຫ້​ສອງ​ຝ່າຍ​ມຸ່ງ​ໜ້າ​ໄປ​ສູ່​ ເປົ້າ​ໝາຍ​ດຽວ​ກັນ ແລະ ຟື້ນ​ຟູ​ສັນ​ຕິ​ພາບ​ໂດຍ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top