ສສ ຫວຽດນາມ-ເກຣັກ ເຊື່ອມຕໍ່ການຮ່ວມມື ໃນຂົງເຂດແຮງງານ

18/12/2025 14:34
ຂປລ ສະຖານທູດ ຫວຽດນາມ ປະຈຳ ເກຣັກ ໄດ້ຈັດກອງປະຊຸມ “ເປີດອອກ ແງ່ຫວັງ: ແຮງງານ ຫວຽດນາມ ມີສີມື ອາຊີບສູງ, ມາດຕະການ ຍຸດທະສາດ ສຳລັບ ຕະຫລາດແຮງງານ ເກຣັກ”, ພ້ອມກັບການເຄື່ອນໄຫວ ເຊື່ອມຕໍ່ ວິສາຫະກິດ ຫວຽດນາມ ກັບບັນດາຄູ່ ຮ່ວມມື ເກຣັກ ຢູ່ນະຄອນຫລວງອາແຕນ( Athens) ແລະ ນະຄອນ Thessaloniki.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ສະຖານທູດ ຫວຽດນາມ ປະຈຳ ເກຣັກ ໄດ້ຈັດກອງປະຊຸມ ເປີດອອກ ແງ່ຫວັງ: ແຮງງານ ຫວຽດນາມ ມີສີມືອາຊີບສູງ, ມາດຕະການ ຍຸດທະສາດ ສຳລັບ ຕະຫລາດແຮງງານ ເກຣັກ”, ພ້ອມກັບການເຄື່ອນໄຫວ ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບບັນດາຄູ່ ຮ່ວມມື ເກຣັກ ຢູ່ນະຄອນຫລວງອາແຕນ( Athens) ແລະ ນະຄອນ Thessaloniki. ຕາມຕົວເລກສະຖິຕິ ຂອງກົມຄຸ້ມຄອງ ແຮງງານ ຕ່າງປະເທດ, ກະຊວງພາຍໃນ ຫວຽດນາມ ແລ້ວ, ປະຈຸບັນ, ມີຜູ້ອອກແຮງງານ ຫວຽດນາມ ປະມານ 800.000 ຄົນ ພວມເຮັດວຽກຢູ່ 40 ປະເທດ ແລະ ເຂດແຄ້ວນ, ດ້ວຍ 30 ກຸ່ມອາຊີບ ທີ່ແຕກຕ່າງກັນ. ສະເພາະຢູ່ ເກຣັກ, ນັບແຕ່ທ້າຍປີ 2023 ມາຮອດປະຈຸບັນ ມີຜູ້ອອກແຮງງານ ຫວຽດນາມ ປະມານ 1.300 ຄົນ ພວມເຮັດວຽກຢູ່ທີ່ນີ້. ທ່ານ ນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຣັກ ເນັ້ນໜັກວ່າ ສສ ຫວຽດນາມ ພວມມຸ່ງໄປເຖິງ ການພັດທະນາ ກຳລັງຜູ້ອອກແຮງງານ ເຕັກນິກມີສີມືສູງ ເພື່ອຕອບສະໜອງ ຄວາມຕ້ອງການພັດທະນາ ຂອງປະເທດຊາດ ແລະ ຍູ້ແຮງວຽກງານ ສົ່ງຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກ ຢູ່ຕ່າງປະເທດ, ໃນນັ້ນມີຕະຫລາດ ເອີຣົບ ເວົ້າລວມ ແລະ ເກຣັກ ເວົ້າສະເພາະ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top