ປຶ້ມປົກຂາວ “ການຄວບຄຸມອາວຸດ ຍຸດໂທປະກອນ, ຫລຸດຜ່ອນ ກຳລັງທະຫານ-ປ້ອງກັນການແພ່ຜາຍອາວຸດ ທີ່ມີແສນຍານຸພາບລ້າງຜານສູງໃນຍຸກໃໝ່”

18/12/2025 14:35
Email Print 151
ຂປລ ຄະ​ນະ​ຜູ້​ແທນ ​ຖາ​ວອນ​ຈີນ​ ປະ​ຈຳ​ ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິ​ດສ​ ໄດ້​ຈັດໃນ​ກອງ​ປະ​ຊຸມ​ ນຳ​ສະ​ເໜີ ປຶ້ມ​ປົກ​ຂາວ “​​ການ​ຄວ​ບ​ຄຸມ ອາ​ວຸດ​ ຍຸດ​ໂທ​ປະ​ກອນ, ຫລຸດຜ່ອນ​ກຳ​ລັງ​ທະ​ຫານ ແລະ ​ປ້ອງ​ກັນ​ການ​ແພ່​ຜາຍ​ອາ​ວຸດ ​ທີ່​ມີ​ແສນ​ຍາ​ນຸ​ພາບ​ ລ້າງ​ຜານ​ສູງ​ໃນ​ຍຸກ​ໃໝ່”

ຂປລ.ວິທະຍຸ-ໂທລະພາບ ສູນກາງພັກ, ຄະ​ນະ​ຜູ້​ແທນ ​ຖາ​ວອນ​ຈີນ​ ປະ​ຈຳ​ ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິ​ດສ​ ໄດ້​ຈັດໃນ​ກອງ​ປະ​ຊຸມ​ ນຳ​ສະ​ເໜີ ປຶ້ມ​ປົກ​ຂາວ “​​ການ​ຄວ​ບ​ຄຸມ ອາ​ວຸດ​ ຍຸດ​ໂທ​ປະ​ກອນ, ຫລຸດຜ່ອນ​ກຳ​ລັງ​ທະ​ຫານ ແລະ ​ປ້ອງ​ກັນ​ການ​ແພ່​ຜາຍ​ອາ​ວຸດ ​ທີ່​ມີ​ແສນ​ຍາ​ນຸ​ພາບ​ ລ້າງ​ຜານ​ສູງ​ໃນ​ຍຸກ​ໃໝ່”  ​ຢູ່​ວັງ​ສາ​ກົນ ​ທີ່​ນະ​ຄອນ​ເຊີ​ແນວ​ ໃນ​ວັນ​ທີ 17 ທັນ​ວາ​ນີ້, ທ່ານ ເສີນ​ຈ້ຽນ ທູດ​​ດ້ານການຫລຸດ ຜ່ອນ ​ກຳ​ລັງ​ທະ​ຫານ​ຈີນ​ ໄດ້​ເຂົ້າ​ຮ່ວມ ກອງ​ປ​ະ​ຊຸມ​ດັ່ງ​ກ່າວ ພ້ອມ​ທັງ​ ໄດ້​ແນະ​ນຳ​ ເນື້ອ​ໃນ​ຕົ້ນ​ຕໍ ແລະ ​ຄວາມ​ໝາຍສຳ​ຄັນ​ ຂອງ​ປຶ້ມ​ປົກ​ຂາວ​ດັ່ງ​ກ່າວ. ທ່ານ ເສີນ​ຈ້ຽນ ກ່າວ​ວ່າ: ໃນ​ໄລ​ຍະ​​ ປະ​ຫວັດ​ສາດ ​ທີ່​ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນ ​ຄົບ​ຮອບ 80 ປີ, ສປ ຈີນ ​ໄດ້​​​ເຜີຍ​ແຜ່ ​ປຶ້ມ​ປົກ​ຂາວ ​ກ່ຽວ​ກັບ​ ການ​ຄວບ​ຄຸມ ​ອາ​ວຸດ​ ຍຸດ​ໂທ​ປະ​ກອນ ແມ່ນມີ​ຄວາມ​ໝາຍ​ສຳ​ຄັນ​ ທາງ​ຍຸກ​ສະ​ໄໝ, ສະ​ແດງ​ໃຫ້​ເຫັນ​ເຖິງ ຄວາມ​ຮັບ​ຜິດ​ຊອບ​ຂອງ​ ສປ ຈີນ ໃນ​ຖາ​ນະ​ ເປັນ​ປະ​ເທດ​ໃຫຍ່ ​ທີ່​ຕັ້ງ​ໜ້າ​ນຳ​ພາ​ ການ​ບໍ​ລິ​ຫານ​ ຄວາມ​ໝັ້ນ​ຄົງ ​ທົ່ວ​ໂລກ, ການປົກ​ປັກ​ຮັກ​ສາ ສັນ​ຕິ​ພາບ ແລະ ​ຄວາມ​ໝັ້ນ​ຄົງສາ​ກົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top