ຜູ້ນຳ ຝຣັ່ງ ຮຽກຮ້ອງໃຫ້ສ້າງຄວາມດຸ່ນດ່ຽງ ດ້ານຄ້າໂລກ ຄືນໃໝ່

18/12/2025 14:35
Email Print 108
ຂປລ ທ່ານ ເອັມ ມານູເອລ ມາຄຣົງ(Emmanuel Macron ), ປະທານາ ທິບໍດີ ຝຣັ່ງ ໄດ້ເຕື້ອງເຖິງ ບັນດາບັນຫາ ຈະປຶກສາ ຫາລື ຢູ່ກອງປະຊຸມສຸດຍອດ ເອີຣົບ ໃນທ້າຍອາທິດນີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນບົດຂຽນ ທີ່ໄດ້ເອົາລົງໃນໜັງສືພິມ Financial Times  ເມື່ອບໍ່ດົນມານີ້, ທ່ານ ເອັມ ມານູເອລ ມາຄຣົງ(Emmanuel Macron  ), ປະທານາ ທິບໍດີ ຝຣັ່ງ ໄດ້ເຕື້ອງເຖິງ ບັນດາບັນຫາ ຈະປຶກສາຫາລື ຢູ່ກອງປະຊຸມສຸດຍອດ ເອີຣົບ ໃນທ້າຍອາທິດນີ້. ໃນນັ້ນ ໃນໄລຍະ ຮັບປະທານ ອາຫານແລງ ຂອງວັນທີ 18 ທັນວານີ້ ຈະປຶກສາຫາລື ກ່ຽວກັບ ຫົວຂໍ້ພູມີເສດຖະກິດ”, ເນັ້ນໜັກເຖິງ ຄວາມຕ້ອງການ ສ້າງຄວາມດຸ່ນດ່ຽງ ລະຫວ່າງ ບັນດາສາຍພົວພັນ ດ້ານການຄ້າຄືນໃໝ່ ໃນສະພາບການ ເສດຖະກິດທົ່ວໂລກ ມີການຜັນແປ ຫລາຍຢ່າງ. ຫວນ ຄືນ ການຢ້ຽມຢາມ ສປ ຈີນ ກ່ອນໜ້ານີ້, ທ່ານ ປະທານາທິບໍດີ ຝຣັ່ງ ໄດ້ແລກປ່ຽນ ຢ່າງຈະແຈ້ງ ກ່ຽວກັບການກຳນົດທິດ ເຂົ້າເຖິງຂອງ ເອີຣົບ ສຳລັບ ບັນຫາສ້າງຄວາມດຸ່ນດ່ຽງ ໃນການພົວພັນດ້ານ ເສດຖະກິດ ຄືນໃໝ່. ການສ້າງຄວາມດຸ່ນດ່ຽງຄືນໃໝ່ ຕ້ອງໄດ້ປະຕິບັດ ຜ່ານການຮ່ວມມືສາກ່ອນ, ດ້ວຍການເຂົ້າຮ່ວມ ຂອງບັນດາຄູ່ຮ່ວມມືໃຫຍ່, ໃນນັ້ນ ມີ ສປ ຈີນ, ສ.ອາເມລິກາ ແລະ ສະຫະພາບ ເອີຣົບ. ເຖິງຢ່າງໃດກໍຕາມ, ການນຳ ຝຣັ່ງ ກໍໃສ່ໃຈວ່າ ໃນກໍລະນີ ທີ່ບັນດາຄວາມມານະພະຍາຍາມ ຮ່ວມມື ບໍ່ບັນລຸໝາກຜົນ, ເອີຣົບ ອາດຈະ ຈຳເປັນຕ້ອງຊັ່ງຊາ ໝູນໃຊ້ບັນດາມາດຕະການອາລັກຂາ ທີ່ແຂງແຮງກວ່າ. ຕໍ່ໜ້າບັນດາສິ່ງທ້າທາຍນີ້, ທ່ານ ປະທານາທິບໍດີ ຝຣັ່ງ ຮຽກຮ້ອງ ໃຫ້ບັນດາຄູ່ຮ່ວມມື ອີຢູ ຜັນຂະຫຍາຍບັນດາມາດຕະການ ແນໃສ່ຍົກສູງກຳລັງ ຄວາມສາມາດ ແກ້ງແຍ້ງຂອງ ເອີຣົບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top