ຂປລ
ຂປລ. ໃນທີ່ສຸດ ທັບນັກກິລາເທຄວັນໂດ້ລາວເຮົາ ສາມາດຍາດຫລຽນທອງ ຊຶ່ງເປັນຫລຽນທຳອິດ ໃຫ້ແກ່ທັບນັກກິລາເທຄວັນໂດ້ລາວ ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ ຈາກນ້ອງ ພຸດຕາວັນ ຈັນທະຄຳມະນີ ປະເພດຟ້ອນປຸມເຊ. ຂະນະທີ່ສະຫະພັນກິລາເທຄວັນໂດ້ແຫ່ງຊາດລາວ ມອບເງິນເປັນຂອງຂວັນ 100 ລ້ານກີບ.

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ສະເພາະວັນທີ 10 ທັນວານີ້ ມີການຊີງໄຊທັງໝົດ 38 ຫລຽນຄຳ ໃນ 12 ປະເພດກິລາ. ໃນນີ້, ກິລາເທຄວັນໂດ້ ຊີງ 6 ຫລຽນຄຳ ເຊິ່ງນັກກິລາລາວຍາດມາໄດ້ 1 ຫລຽນທອງ ຈາກປະເພດຟ້ອນປຸມເຊ ດ່ຽວຍິງ ຈາກນ້ອງ ພຸດຕາວັນ ຈັນທະຄຳມະນີ. ຂະນະທີ່ຫລຽນຄຳເປັນຂອງນັກກິລາເຈົ້າພາບໄທ, ຫລຽນເງິນ ຈາກນັກກິລາສິງກະໂປ.
ແນວໃດກໍດີຜົນງານຄັ້ງນີ້, ເຮັດໃຫ້ນ້ອງ ພຸດຕາວັນ ຮັບເງິນລາງວັນກະຕຸກຊຸກຍູ້ກຳລັງໃຈຈາກສະຫະພັນກິລາເທຄວັນໂດ້ແຫ່ງຊາດລາວ ທີ່ຕັ້ງລາງວັນໄວ້ 100 ລ້ານກີບ, ຫລຽນຄຳ 300 ລ້ານກີບ ແລະ ຫລຽນເງິນ 200 ລ້ານກີບ.
KPL