ຮັບຮອງ ວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເປັນມໍລະດົົກແຫ່ງຊາດ

10/12/2025 13:34
Email Print 1011
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ ຈັດຂຶ້ນໃນວັນທີ 5 ທັນວາ 2025 ຜ່ານມາ ໂດຍມີ ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນ ແຂວງຫົວພັນ, ທ່ານ ອ່ອນພັນ ທອງທິດາ ເລຂາພັກເມືອງຊໍາເໜືອ ມີບັນດາການນໍາແຂວງ, ເມືອງ, ພະສົງ-ສາມະເນນ ຕະຫລອດຮອດພຸດທະສາສະນິກະຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ວັດພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊຳເໜືອ ເປັນວັດທີ່ມີຄວາມເກົ່າແກ່ ຊຶ່ງເປັນສະຖານທີ່ປະດິດສະຖານຂອງພະເຈົ້າອົງຕື້ ແລະ ພຣະເຈົ້າອົງຫລວງ ໃນອະດີດຈົນເຖິງປັດຈຸບັນ. ວັດດັ່ງກ່າວສ້າງຂຶ້ນໃນຊຸມປີ ພສ 2109 ໂດຍການນຳພາສ້າງຂອງອົງພະຫ້າວ ຊຶ່ງແມ່ນສະກຸນຊ່າງວຽງຈັນ ຈຸດປະສົງໃນການສ້າງວັດແຫ່ງນີ້ ເພື່ອເປັນຫລັກບ້ານຫລັກເມືອງ, ເປັນບ່ອນສັກກະລະບູຊາ ແລະ ເປັນສິ່ງທີຢັ້ງຍືນເຖິງຄວາມຈະເລີນຮຸ່ງເຮືອງ ທາງດ້ານວັດທະນະທຳຂອງອານາຈັກລາວລ້ານຊ້າງ ໃນເວລານັ້ນ. ວັດແຫ່ງນີ້ມີຮູບຊົງເອກະລັກ ພື້ນຖານສິລະປະລ້ານຊ້າງ, ກໍ່ດ້ວຍດິນຈີ່ ປູນປະທາຍ, ຫລັງຄາສູງມີຫລາຍຊັ້ນ, ມີການປະດັບດ້ວຍລວດລາຍແກະສະຫລັກໄມ້ ແລະ ຮູບແຕ້ມຝາພະໜັງຕ່າງໆ ຖືໄດ້ວ່າເປັນວັດອີກແຫ່ງໜຶ່ງທີ່ມີຄວາມງົດງາມ ຢູ່ໃນເຂດແຄວ້ນແຂວງຫົວພັນ. ອົງພະຫ້າວ ໄດ້ມີຄວາມຄິດທີ່ຈະສືບຕໍ່ສ້າງພະພຸດທະຮູບອົງທອງ ຂຶ້ນເພື່ອປະດິດສະຖານໄວ້ຢູ່ວັດແຫ່ງນີ້ຕື່ມ ພະອົງຕື້ ບ້ານເຕື້ອມ ເປັນພະປາງມະຣະມີໄຊ ມີຄວາມສູງທັງໝົດຈາກແທ່ນພະ 227 ຊັງຕີແມັດ, ບ່າໄລ່ກວ້າງ 85 ຊັງຕີແມັດ ແລະ ໜ້າຕັກກວ້າງ 122 ຊັງຕີແມັດ. ດ້ວຍຄວາມສຳຄັນເກົ່າແກ່ ແລະ ມີຄຸນຄ່າທາງປະຫວັດສາດ, ວັດທະນະທໍາ ຖືໄດ້ວ່າເປັນພະພຸດທະຮູບອົງໜຶ່ງ ທີ່ມີຄວາມເກົ່າແກ່ ແລະ ມີຊື່ສຽງ ຊຶ່ງໄດ້ສ້າງຂຶ້ນໃນປີ ພສ 2181 ໂດຍການນຳພາຂອງ ສົມເດັດສີສຸມັງ ຄະຣາປັນຍາ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານເຕື້ອມ, ສ່ວນສະຖານທີ່ຫລໍ່ພະອົງຕື້ ບ້ານເຕື້ອມ ແຫ່ງນີ້ ແມ່ນຢູ່ບໍລິເວນທາງຫລັງວັດແຫ່ງນີ້ ພາຍຫລັງທີ່ມີການຫລໍ່ສຳເລັດແລ້ວ ເຫັນວ່າພະອົງດັ່ງກ່າວໄດ້ມີອົງປະກອບ ແລະ ຮູບຊົງລັກສະນະທີ່ງົດງາມ ຕາມຈຸດປະສົງທີ່ຕ້ອງການແລ້ວ ຈຶ່ງໄດ້ທຳພິທີອັງເຊີນຂຶ້ນປະດິດສະຖານຢູ່ເທິງແທ່ນທີ່ອົງພະຫ້າວ ໄດ້ທຳການຫລໍ່ເອົາໄວ້ແລ້ວກ່ອນໜ້າຢູ່ວັດແຫ່ງນີ້ ແລະ ໄດ້ຂຽນຈາລຶກໃສ່ແທ່ນອົງພະເຈົ້າອົງຕື້ ທີ່ມີເນື້ອໃນລະບຸເຖິງປີສ້າງ ພ້ອມດ້ວຍສັດທາສ້າງພະອົງຕື້ດັ່ງກ່າວ ແລະ ໄດ້ໃສ່ຊື້ວ່າພະເຈົ້າອົງຕື້ ບ້ານເຕື້ອມ ຈົນຮອດທຸກວັນນີ້.

ໃນພິທີດັ່ງກ່າວ, ການນໍາແຂວງ ແລະ ເມືອງ ຍັງໄດ້ມອບໃບຢັ້ງຢືນ ພ້ອມທັງເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ຕື່ມອີກ.

KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນບົດ-ສາລະຄະດີ

      ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນ

      3/3/2026 9:49:37 AM

      ຂປລ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

    • ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດບົດ-ສາລະຄະດີ

      ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດ

      3/3/2026 9:44:24 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ຜະລິດ​ຕະພັນ​ລາວ​ທີ່​ຄົນ​ລາວ​ເຮົາ​ນິຍົມບໍລິ​ໂພ​ກກໍ​ຕ້ອງ​ແມ່ນຜະ​ລິດ​ຕະພັນ​ປະ​ເພດ​ຊາ ​ແລະ ກາ​​ເຟ ​ເນື່ອງ​ຈາກ​ວ່າ ບ້ານ​ເຮົາ​ມີ​ວັດຖຸ​ດິບ​ທີ່​ດີ ​ແລະ ມີ​ຊື່ສຽງ ຢູ່​ແຕ່ລະ​ທ້ອງ​ຖິ່ນ ຈຶ່ງ​ເຮັດ​​ໃຫ້​ນັກທຸລະກິດ​ຫລາຍ​ທ່ານ ​ເຫັນ​ເຖິງ​ຄວາມ​ສໍາຄັນ ຈຶ່ງຫັນ​ປ່ຽນວັດຖຸ​ດິບ​ທີ່​ມີ​ຢູ່​ໃນທໍາ​ມະ​ຊາດ ມາປຸງແຕ່ງ​​ເປັນ​ຜະລິດ​ຕະພັນ​ທີ່ດີມີຄຸນນະພາບ​ຕໍ່ສຸຂະພາບ​ຂອງຄົນເຮົາ ​

    • ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂບົດ-ສາລະຄະດີ

      ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂ

      2/26/2026 1:48:29 PM

      ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ​(ສສຂ) ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກ ຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະ​ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນ​ດາເຜົ່າ.

    • ຄວາມເປັນມາຂອງພະເວດສັນດອນຊາດົກບົດ-ສາລະຄະດີ

      ຄວາມເປັນມາຂອງພະເວດສັນດອນຊາດົກ

      2/26/2026 1:42:51 PM

      ຂປລ.​ ບຸນພະເວດສັນດອນ ຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນບຸນປາງໃຫຍ່ປະຈຳປີ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອລະນຶກເຖິງຊາດໜຶ່ງຂອງພະພຸດທະອົງເກີດມາ ເປັນພະເວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງພະອົງ (ເຫວດສັນຕຣະ). ຕາມຂໍ້ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວ

    • ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ ບົດ-ສາລະຄະດີ

      ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ

      2/26/2026 1:37:31 PM

      ຂປລ.​ ໝາກ​ໂມ ​​ເປັນ​ອີກໝາກ​ໄມ້ຊະນິດໜຶ່ງ​ທີ່​ຄົນ​ນິຍົມ​ກິນ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຮ້ອນ ​ ເພາະວ່າໝາກໂມ ເມື່ອກິນເຂົ້າໄປຈະຊ່ວຍເຮັດໃຫ້ຮູ້ສຶກ​ສົດ​ຊື່ນຜ່ອນ​ຄາຍ​ຄວາມ​ອິດ​ເມື່ອຍ​ໄດ້​ດີ ຈຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ບໍລິ​ໂພ​ກ ຈົນ​ເຮັດ​ໃຫ້ຊາວ​ສວນ​ທີ່​ຜະລິດໝາກ​ໂມ​ຂາຍ​ຍີ້ມ​ໄດ້ ​ເມື່ອ​ຮອດ​ລະດູ​ການ​ເກັບໝາກໂມ

ads
ads

Top