ຂປລ
ທ່ານ ນາງ ຊານາເອະ ທາຄາອິຈິ, ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວວ່າ ມີຜູ້ໄດ້ຮັບບາດເຈັບ 30 ຄົນ ຈາກແຜ່ນດິນໄຫວ ຂະໜາດ 7,5 ລິກເຕີ ທີ່ເກີດ ຂຶ້ນ ທາງພາກຕາເວັນອອກສຽງເໜືອ ຂອງຍີ່ປຸ່ນ
ຂປລ.ສຳນັກຂ່າວກ່ຽວໂດ, ວັນທີ9 ທັນວານີ້, ທ່ານ ນາງ ຊານາເອະ ທາຄາອິຈິ, ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວວ່າ ມີຜູ້ໄດ້ຮັບບາດເຈັບ 30 ຄົນ ຈາກແຜ່ນດິນໄຫວ ຂະໜາດ 7,5 ລິກເຕີ ທີ່ເກີດ ຂຶ້ນ ທາງພາກຕາເວັນອອກສຽງເໜືອ ຂອງຍີ່ປຸ່ນ ພ້ອມທັງ ເຕືອນເຖິງ ຄວາມເປັນໄປໄດ້ ຂອງແຜ່ນດິນໄຫວ ທີ່ຄ້າຍຄືກັນ ຫລື ຮຸນແຮງກວ່ານັ້ນ ໃນພື້ນທີ່ ຕາມແຄມຝັ່ງ ມະຫາສະມຸດ ປາຊີຟິກ. ນອກນີ້ ຍັງມີເຮືອນປະຊາຊົນ ຫລາຍຫລັງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ ແລະ ແນະນຳໃຫ້ປະຊາຊົນ ເຝົ້າລະວັງ ແຜ່ນດິນໄຫວ ຕື່ມອີກ ໂດຍສະເພາະ ແຂວງ ມິຍາກິ ແລະ ຟຸກຸຊິມະ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL