ການຄ້າເຂດຊາຍແດນຈີນ-ຫວຽດນາມ ຢູ່ເມືອງຕົງຊິງບັນລຸ 6.627 ຕື້ຢວນ

10/12/2025 17:09
ຂປລ ການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວຢ່າງຄຶກຄັກ ເປັນພິເສດ ຢູ່ເຂດຊາຍແດນ ລະຫວ່າງ ເມືອງຕົງຊິງ ເຂດກວາງຊີ ຂອງຈີນ ແລະ ເມືອງມອງກາຍ (Mong Cai) ຂອງ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນ ປີ 2025

ຂປລ. ອ້າງຕາມແຫລ່ງຂ່າວ ຊີເອັມຈີ, ການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວຢ່າງຄຶກຄັກ ເປັນພິເສດ ຢູ່ເຂດຊາຍແດນ ລະຫວ່າງ ເມືອງຕົງຊິງ ເຂດກວາງຊີ ຂອງຈີນ ແລະ ເມືອງມອງກາຍ (Mong Cai) ຂອງ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນ ປີ 2025 ຜ່ານມາ ໂດຍເຫັນວ່າ ຢູ່ເຂດດ່ານເມືອງຕົງຊິງ ມີການຂົນສົ່ງ ສິນຄ້າຜ່ານ ທັງໝົດ 414.100 ໂຕນ, ດ້ວຍມູນຄ່າ 6.627 ຕື້ຢວນ.

        ເມື່ອວັນທີ 4 ທັນວາ ຜ່ານມາ, ບັນດາ ຄະນະນັກຂ່າວ ຈາກ ອາຊຽນ-ຈີນ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ໄດ້ຮ່ວມເດີນທາງ ໄປທັດສະນະສຶກສາ ແລະ ເກັບກໍາຂໍ້ມູນຂ່າວສານ ທີ່ເປັນປະໂຫຍດຢູ່ເຂດຊາຍແດ ລະຫວ່າງ ເມືອງຕົງຊິງ ເຂດກວາງຊີ ຂອງຈີນ ແລະ ເມືອງມອງກາຍ (Mong Cai) ຫວຽດນາມ ເຊິ່ງໄດ້ຮັບຮູ້ວ່າ: ເຂດຊາຍແດນແຫ່ງນີ້ ບໍ່ພຽງມີບົດບາດ ສໍາຄັນ ສໍາລັບ ສອງປະເທດຈີນ-ຫວຽດນາມ ໃນຂົງເຂດ ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ເທົ່ານັ້ນ ຫາກຍັງ ມີບົດສໍາຄັນຕໍ່ບັນດາ ສະມາຊິກອາຊຽນ ແລະ ສາກົນອີກດ້ວຍ. ຂະນະດຽວກັນ ຍັງເປັນ ສ່ວນຫນຶ່ງໃນການປະກອບສ່ວນ ເຂົ້າໃນຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງ.

    ຕະຫລອດຊຸມປີຜ່ານມາ, ເຂດຊາຍແດນ ລະຫວ່າງ ເມືອງຕົງຊິງ ເຂດກວາງຊີ ຂອງຈີນ ແລະ ເມືອງມອງກາຍ (Mong Cai) ຫວຽດນາມ ໄດ້ກາຍເປັນ ເສັ້ນເລືອດນ້ອຍ ທີ່ມີ ຄວາມສໍາຄັນເຂົ້າໃນການ ປະກອບສ່ວນ ຊຸກຍູ້ ແລະ ສົ່ງເສີມ ເຂດການຄ້າ ແລະ ການໄປມາຫາສູ່ກັນ ລະຫວ່າງປະເທດ, ພາກພື້ນ ແລະ ສາກົນ ໂດຍສະເພາະ ເຂດຊາຍແແດນຕົງຊິງ ແມ່ນໜຶ່ງ ໃນຈຳນວນ 26 ເຂດການຄ້າ ຊາຍແດນ ລະຫວ່າງປະເທດ ໄດ້ຮັບການອະນຸມັດ ຈາກລັດຖະບານຈີນ ກໍຄື ເຂດກວາງຊີ, ຕັ້ງຢູ່ທິດຕາເວັນຕົກ ສຽງໃຕ້ ຂອງເມືອງຕົງຊິງຈີນ, ກົງກັນຂ້າມກັບ ທ່າເຮືອ ແທງຕ໋ຽມ,ເມືອງມອງກາຍ, ຫວຽດນາມ.

ເຂດການຄ້ານີ້ ມີຊາຍແດນໃຫຍ່ ກວ່າໝູ່ ຢູ່ໃນກວາງຊີ ແລະ ແຫ່ງດຽວ ທີ່ດຳເນີນການຢູ່ຕົງຊິງໃນປະຈຸບັນ. ດັ່ງທີ່ຮູ້ນໍາກັນວ່າ ການປະຕິບັດ ໜ້າ ການເມືອງໃຫຍ່ 3 ຂໍ້ຄື: ເຊື່ອມໂຍງກັບຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແຫ່ງຊາດ, ຮັດແໜ້ນສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ-ຫວຽດນາມ ແລະ ຮັບປະກັນຄວາມໝັ້ນຄົງ ເຂດຊາຍແດນ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາ.

    ຕາມຂໍ້ມູນຂອງເມືຶອງຕົງຊິງ ໄດ້ລາຍງານໃຫ້ຮູ້ວ່າ: ສະຖິຕິການຄ້າ ເມື່ອປີ 2024: ສິນຄ້າ ຜ່ານເຂດການຄ້າຊາຍແດນ ຕົງຊິງ ລວມມີທັງໝົດ ປະມານ 635.500 ໂຕນ, ດ້ວຍມູນຄ່າ 14.548 ຕື້ຢວນ,  ໂດຍສະເພາະ ຕົ້ນປີ 2025 ນີ້ ປະລິມານສິນຄ້າ ຜ່ານທັງໝົດ 414.100 ໂຕນ, ດ້ວຍມູນຄ່າ 6.627 ຕື້ຢວນ./

KPL

ຂ່າວອື່ນໆ

ads
ads

Top