ໂຄງການສ້າງທາງລົດໄຟ ລາວ-ຫວຽດ ຈະເລີມລົງມືກໍ່ສ້າງໃນ 2026

09/12/2025 15:01
Email Print 199
ຂປລ ໂຄງການກ່ໍສ້າງທາງລົດໄຟ ລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ແຂວງອຸງອາງ) ຈະເລີ່ມລົງມືກໍ່ສ້າງໃນປີ 2026 ທີ່ຈະມາເຖິງນີ້.

         ຂປລ. ໂຄງການກ່ໍສ້າງທາງລົດໄຟ ລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ແຂວງອຸງອາງ) ຈະເລີ່ມລົງມືກໍ່ສ້າງໃນປີ 2026 ທີ່ຈະມາເຖິງນີ້, ມາຮອດປັດຈຸບັນຝ່າຍລາວໄດ້ສຳເລັດໃນການລະດົມທຶນ, ການສຳຫລວດ, ສຶກສາ, ອອກແບບ ແລະ ການ ສຶກສາສ່ິງແວດລ້ອມແລ້ວ 90% ຄາດວ່າການກໍ່ສ້າງຈະສຳເລັດ ແລະ ເປີດນຳໃຊ້ໃນປີ 2030. ໃນຂະນະທີ່ຝ່າຍຫວຽດນາມ ຈະເລ່ີມລົງມືກໍ່ສ້າງໃນປີ 2027. 

     ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ແລະ ຜູ້ກໍ່ຕັ້ງບໍລິສັດ ປີໂຕຣລ້ຽມ ເທຣດດິ້ງລາວ ມະຫາຊົນ ໃຫ້ສຳພາດຕ່ໍສ່ືມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ລາວ- ຫວຽດນາມ ເມື່ອບໍ່ດົນມານີ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ເປັນໂຄງການທີ່ສອດຄ່ອງກັບນະໂຍບາຍຂອງສອງພັກ, ສອງລັດຖະບານລາວ-ຫວຽດນາມ ວ່າດ້ວຍການຍົກສູງການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ລວມໄປເຖິງການຂົນສົ່ງໂລຈິສຕິກ, ທັງເປັນໂຄງການຍຸດທະສາດວ່າດ້ວຍການຫັນປະເທດລາວ ຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງ, ເຊື່ອມຈອດການຂົນສ່ົງການຄ້າ ແລະ ອ່ືນໆ. ມາຮອດປັດຈຸບັນຝ່າຍລາວໄດ້ສຳເລັດໃນການລະດົມທຶນ, ການສຳຫລວດ, ສຶກສາ, ອອກແບບ ແລະ ການສຶກສາສິ່ງແວດລ້ອມແລ້ວ 90%  ຊຶ່ງຈະເລີ່ມລົງມືກໍ່ສ້າງ ໃນປີ 2026. ສ່ວນຝ່າຍຫວຽດນາມ ແມ່ນຢູ່ໃນຂັ້ນຕອນການສຶກສາທາງດ້ານເສດຖະກິດ ແລະ ການອອກແບບເບ້ືອງຕ້ົນຄາດວ່າຈະເລ່ີມລົງມືໃນກໍ່ສ້າງໃນປີ 2027 ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2030.  

KPL

ຂ່າວອື່ນໆ

ads
ads

Top