ຂປລ
ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດ ມາດຕະການ ຊ່ວຍເຫລືອ ຊາວກະສິກອນ ພາຍໃນປະເທດ ມູນຄ່າ 12 ຕື້ກວ່າ ໂດລາ ສະຫະລັດ ເພື່ອປົກປ້ອງ ແລະ ຄຸ້ມຄອງ ຊາວກະສິກອນ ຫລັງຈາກ ຈັດກອງປະຊຸມ ປຶກສາ ຫາລື ກັບຜູ້ຜະລິດ ກະສິກຳ ຢູ່ທຳນຽບຂາວ.
ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ 9 ທັນວານີ້, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດ ມາດຕະການ ຊ່ວຍເຫລືອ ຊາວກະສິກອນ ພາຍໃນປະເທດ ມູນຄ່າ 12 ຕື້ກວ່າ ໂດລາ ສະຫະລັດ ເພື່ອປົກປ້ອງ ແລະ ຄຸ້ມຄອງ ຊາວກະສິກອນ ຫລັງຈາກ ຈັດກອງປະຊຸມ ປຶກສາຫາລື ກັບຜູ້ຜະລິດ ກະສິກຳ ຢູ່ທຳນຽບຂາວ.ກ່ອນໜ້ານີ້ ສ.ອາເມລິກາ ຂາດທຶນ ຈາກການສົ່ງອອກ ສິນຄ້າກະສິກຳ ຫລາຍກວ່າ 27ຕື້ໂດລາສະຫະລັດ ລະຫວ່າງ ປີ 2018 ແລະ 2019 ແລະ ລັດຖະບານ ສ.ອາເມລິກາ ໄດ້ຈັດສັນ ງົບປະມານ 23 ຕື້ໂດລາສະຫະລັດ ເພື່ອຊ່ວຍເຫລືອ ຊາວກະສິກອນ ທີ່ໄດ້ຮັບຜົນກະທົບ.ທ່ານ ນາງ ບຣູດ ໂຣລລິນ,ລັດຖະມົນຕີ ກະຊວງກະສິກຳ ສະຫະລັດ ອາເມລິກາ ກ່າວວ່າ: ລັດຖະບານ ສ.ອາເມລິກາ ຈະຈັດສັນ ງົບປະມານ ເບື້ອງຕົ້ນ 11 ຕື້ໂດລາສະຫະລັດ ສຳລັບ ພືດຜົນ ແລະ ຈັດສັນອີກ 1 ຕື້ໂດລາສະຫະລັດ ສຳລັບ ຄວາມຕ້ອງການ ທີ່ສຳຄັນທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL