ກອງກຳປັ່ນ 989 ຂອງກອງທັບເຮືອຈີນ ເດີນທາງເຖິງ ອິນໂດເນເຊຍ ເພື່ອຢ້ຽມຢາມສັນທະວະໄມຕີ

09/12/2025 12:56
Email Print 138
ຂປລ ກອງກຳປັ່ນ 989 ຂອງກອງທັບເຮືອຈີນ ທີ່ພວມປະຕິບັດ ພາລະກິດຝຶກຊ້ອມຮອບ ດ້ານຢູ່ທະເລໄກ ໄດ້ເດີນທາງເຖິງ ທ່າເຮືອ ຕານຈູງປຣີໂອກ ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກອງກຳປັ່ນ 989 ຂອງກອງທັບເຮືອຈີນ ທີ່ພວມປະຕິບັດ ພາລະກິດຝຶກຊ້ອມຮອບ ດ້ານຢູ່ທະເລໄກ ໄດ້ເດີນທາງເຖິງ ທ່າເຮືອ ຕານຈູງປຣີໂອກ ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ, ເພື່ອຢ້ຽມຢາມ ສັນທະວະໄມຕີ ອິນໂດເນເຊຍ ເປັນເວລາ 4 ວັນ. ແມ່ນການເດີນເຮືອ ຢ້ຽມຢາມ ອິນໂດເນເຊຍຄັ້ງທຳອິດ ຂອງກຳປັ່ນຊາງປາຍຊ່ານແລະກຳປັ່ນ ຊ້ຽງຊຽນຈີ້ນ ເລກ 1” . ໃນໄລຍະຢ້ຽມຢາມ, ກອງທັບເຮືອຈີນ ແລະ ອິນໂດເນເຊຍ ຍັງຈະຈັດການແລກປ່ຽນ ດ້ານກິລາ ອີກດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top