ນັກທ່ອງທ່ຽວຕ່າງປະເທດ ທີ່ໃຊ້ບໍລິການ ຄືນເງິນພາສີ ເພີ່ມຂຶ້ນ 285%

09/12/2025 12:56
Email Print 165
ຂປລ ໃນ 11 ເດືອນຂອງ​ປີ​ນີ້, ຈຳ​ນວນນັກ​ທ່ອງ​ທ່ຽວ ​ຕ່າງ​ປະ​ເທດ ​ທີ່​ໃຊ້​ບໍ​ລິ​ການ​ ຄືນ​ເງິນ​ພາ​ສີ​ ກ່ອນ​ອອກ​ເມືອງ ​ໄດ້​ເພີ່ມ​ຂຶ້ນ 285% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ມູນ​ຄ່າ​ການ​ຈຳ​ໜ່າຍ​ສິນ​ຄ້າ ​ຄືນ​ເງິນ​ພາ​ສີ ​ແລະ​ ມູນ​ຄ່າ​ການ​ຄືນ​ເງິນ​ພາ​ສີ​ ໄດ້​ເພີ່ມ​ຂຶ້ນ 98,8% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ນັບ​ມາ​ຮອດ ​ທ້າຍ​ເດືອນ​ພະ​ຈິກ​ປີ​ນີ້

     ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 8 ທັນ​ວາ​ນີ້, ກົມ​ໃຫຍ່​ພາ​ສີ​ຈີນ​ ໄດ້​ເປີດ​ເຜີຍ​ວ່າ: ໃນ 11 ເດືອນຂອງ​ປີ​ນີ້, ຈຳ​ນວນນັກ​ທ່ອງ​ທ່ຽວ ​ຕ່າງ​ປະ​ເທດ ​ທີ່​ໃຊ້​ບໍ​ລິ​ການ​ ຄືນ​ເງິນ​ພາ​ສີ​ ກ່ອນ​ອອກ​ເມືອງ ​ໄດ້​ເພີ່ມ​ຂຶ້ນ 285% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ມູນ​ຄ່າ​ການ​ຈຳ​ໜ່າຍ​ສິນ​ຄ້າ ​ຄືນ​ເງິນ​ພາ​ສີ ​ແລະ​ ມູນ​ຄ່າ​ການ​ຄືນ​ເງິນ​ພາ​ສີ​ ໄດ້​ເພີ່ມ​ຂຶ້ນ 98,8% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ນັບ​ມາ​ຮອດ ​ທ້າຍ​ເດືອນ​ພະ​ຈິກ​ປີ​ນີ້, ຮ້ານ​ຄ້າ​ທີ່​ໃຫ້​ບໍ​ລິ​ການ​ ຄືນ​ເງິນ​ພາ​ສີ​ຂອງ ສປ ​ຈີນ​ ໄດ້​ມີ​ເຖິງ 12.252 ແຫ່ງ, ໃນ​ນັ້ນ ​ຮ້ານ​ຄ້າ​ທີ່​ໃຫ້​ບໍ​ລິ​ການຄືນ​ເງິນ​ພາ​ສີ​ທັນ​ທີ ​ເມື່ອ​ຊື້​ສິນ​ຄ້າ​ມີ​ຫລາຍກວ່າ 7.000 ແຫ່ງ. ການ​ບໍ​ລິ​ການ​ ດ້ານ​ການ​ຄືນ​ເງິນ​ພາ​ສີ​ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​​ສາ​ມາດ​ຕອບ​ສະ​ໜອງ ​ຄວາມ​ຕ້ອງ​ການ​ ດ້ານ​ການ​ຄືນ​ເງິນ​ພາ​ສີ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ ໄດ້ດີກວ່າ​ເກົ່າ, ທັງໄດ້​ຊຸກ​ຍູ້​​ຄວາມ​ນິ​ຍົມ​ ຂອງນັກ​ທ່ອງ​ທ່ຽວ​ ຕ່າງ​ປະ​ເທດ ​​ໃນ​ການເຂົ້າ​ມາ​ທ່ຽວ​ຈີນ ໃຫ້​ເພີ່ມ​​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top