ອີຊີ ຈະຊຸກຍູ້ ບ້ວງເງິນ 105 ຕື້ໂດລາສະຫະລັດ ໃຫ້ແກ່ ອູແກຣນ ໃນຮອບ 2 ປີ

06/12/2025 08:49
ຂປລ ຄະນະກຳມະການ ເອີຣົບ (ອີຊີ) ໄດ້ສະເໜີ ແຜນການ ອຸປະຖຳ ບ້ວງເງິນ ຈຳນວນ 105 ຕື້ໂດລາ ສະຫະລັດໃຫ້ແກ່ ອູແກຣນ ໃນຮອບເວລາ 2 ປີທີ່ຈະມາເຖິງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ:  ວັນທີ 03 ທັນວາ, ຄະນະກຳມະການ ເອີຣົບ (ອີຊີ) ໄດ້ສະເໜີ ແຜນການ ອຸປະຖຳ ບ້ວງເງິນ ຈຳນວນ 105 ຕື້ໂດລາ ສະຫະລັດໃຫ້ແກ່ ອູແກຣນ ໃນຮອບເວລາ 2 ປີທີ່ຈະມາເຖິງ. ໃນນັ້ນ ລວມມີ ຊັບສິນ ຂອງ ຣັດເຊຍ ທີ່ຖືກ ອາຍັດ ແລະ ບ້ວງເງິນ ກູ້ຢືມ ສາກົນ. ອີຊີ ໃຫ້ບຸລິມະສິດແຜນການ ບ້ວງເງິນ ກູ້ຢືມ ຊົດເຊີຍອີງໃສ່ ຊັບສິນ ແຫ່ງລັດ ຂອງ ຣັດເຊຍ ທີ່ ພວມຖືກອາຍັດ ຢູ່ ເອີຣົບ ຍ້ອນການປະທະກັນ ຢູ່ ອູແກຣນ.

        ທ່ານນາງ ຢູຊູລາ ວອນເດີ ເລເຢນ ປະທານ ອີຊີ  ກ່າວວ່າ ຂໍ້ສະເໜີ ດັ່ງກ່າວ ໄດ້ຄິດໄລ່ເຖິງ ເກືອບທັງໝົດຄວາມວິຕົກກັງວົນ ຂອງ ແບນຊິກ ທີ່ວ່າ ແຜນການນີ້ ອາດຈະເກີດຄວາມສ່ຽງ ດ້ານນິຕິກຳ ແລະ ການເງິນ.  ຖ້າຣັດເຊຍ ຍື່ນໃບຮ້ອງຟ້ອງຝ່າຍດຽວ. ແຜນການທີ່ຍັງເຫລືອ ຈະແມ່ນບ້ວງເງິນກູ້ຢືມ ໂດຍອີງໃສ່ ງົບປະມານຂອງ ອີຢູ ແລະ ຕ້ອງໄດ້ຮັບຄວາມເຫັນດີ ຈາກທັງໝົດ 27 ປະເທດ. /

KPL

ຂ່າວອື່ນໆ

ads
ads

Top