ຂປລ
ເມື່ອບໍ່ດົນມານີ້ ລັດຖະບານມຽນມາ ແລະ ກອງກໍາລັງບີຈີເອຟ ໄດ້ຈັດພິທີທຳລາຍ ໂທລະສັບມືຖື 20.000 ໜ່ວຍ, ຄອມພີວເຕີ 2.000 ຊຸດ ແລະ ອຸປະກອນ ເອເລັກໂຕຣນິກອື່ນໆ

ຂປລ. ຕາມຂ່າວຕ່າງປະເທດ, ເມື່ອບໍ່ດົນມານີ້ ລັດຖະບານມຽນມາ ແລະ ກອງກໍາລັງບີຈີເອຟ ໄດ້ຈັດພິທີທຳລາຍ ໂທລະສັບມືຖື 20.000 ໜ່ວຍ, ຄອມພີວເຕີ 2.000 ຊຸດ ແລະ ອຸປະກອນ ເອເລັກໂຕຣນິກອື່ນໆ ອີກຈຳນວນໜຶ່ງ ທີ່ຢືດໄດ້ ໃນການປາບປາມ ແກ້ງສະແກມເມີ ໃນພື້ນທີ່ ຊະເວກົກໂກ່ ແຂວງເມຍວະດີ ປະເທດມຽນມາ ໃນວັນທີ 18 ພະຈິກ ທີ່ຜ່ານມາ. ນອກຈາກນີ້ ຍັງສາມາດ ຈັບກຸມຕົວຜູ້ກະທຳຜິດ ແກ້ງສະແກ້ມເມີ ຊາວຕ່າງຊາດໄດ້ 1.540 ຄົນ./
KPL