ປະຊາກອນຕ່າງປະເທດ ຢູ່ຍີ່ປຸ່ນ ເພີ່ມສູງຂຶ້ນເປັນປະຫວັດສາດ

25/11/2025 20:38
ຂປລ ປະລິມານຈຳນວນປະຊາກອນ ຕ່າງປະເທດ ຢຸ່ໃນ 10 ແຂວງ ຂອງ ຍີ່ປຸ່ນ ໄດ້ເພີ່ມຂຶ້ນຫລາຍກວ່າເຄຶ່ງ ໃນໄລຍະ ທົດສະວັດ ທີ່ຜ່ານມາ, ສົ່ງຜົນສະທ້ອນ ຕໍ່ຄວາມພະຍາຍາມ ຂອງ ພື້ນທີ່ຕ່າງໆ ໃນການ ບັນເທົາ ບັນຫາ ການຂາດແຄນ ແຮງງານ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ,  ປະລິມານຈຳນວນປະຊາກອນ ຕ່າງປະເທດ ຢຸ່ໃນ 10 ແຂວງ ຂອງ ຍີ່ປຸ່ນ ໄດ້ເພີ່ມຂຶ້ນຫລາຍກວ່າເຄຶ່ງ ໃນໄລຍະ ທົດສະວັດ ທີ່ຜ່ານມາ, ສົ່ງຜົນສະທ້ອນ ຕໍ່ຄວາມພະຍາຍາມ ຂອງ ພື້ນທີ່ຕ່າງໆ ໃນການ ບັນເທົາ ບັນຫາ ການຂາດແຄນ ແຮງງານ.  ໃນຂະນະທີ່ທັງ 47 ແຂວງ ທົ່ວປະເທດ ລ້ວນແຕ່ມີ ຈຳນວນ ຊາວຕ່າງປະເທດ ເພີ່ມຂຶ້ນ, ກົງກັນຂ້າມກັບ ທ່າອຽງ ປະຊາກອນຊາວ ຍີ່ປຸ່ນ ໃນພື້ນທີ່ນອກເມືອງ ຫລຸດລົງ ຢ່າງຕໍ່ເນື່ອງ. ຕົວເລກເພີ່ມຂຶ້ນ ດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຊາວຕ່າງປະເທດ ພວມຍ້າຍເຂົ້າສູ່ ພື້ນທີ່ດັ່ງກ່າວ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ເພື່ອຫລຸດຜ່ອນບັນຫາ ການຂາດແຄນແຮງງານ.

ນອກຈາກນັ້ນ, ແຂວງຄຸມາໂມໂຕະ ເທິງເກາະຄີວຊູ ຊຶ່ງເປັນ ເກາະຂະໜາດໃຫຍ່ ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ໄດ້ມີ ຈຳນວນຜູ້ອາໄສ ຊາວຕ່າງປະເທດ ເພີ່ມຂຶ້ນສູງສຸດ, ໂດຍກວມເອົາ ສາມເທົ່າ, ສ່ວນຮອກໄກໂດ ໂອກິນາວາ ແລະ ອີກ 2 ແຂວງໃນຄີວຊູ ລວມກັນ ຢູ່ໃນ 5 ອັນດັບທຳອິດ ເຊັ່ນກັນ./

KPL

ຂ່າວອື່ນໆ

ads
ads

Top