ຂປລ
ຂປລ. ປັດຈຸບັນແຂວງຫົວພັນ ມີປະຊາກອນ 313.000 ກວ່າຄົນ. ໃນນັ້ນ, ສາມາດລຶບລ້າງຄອບຄົວທຸກຍາກໄດ້ 25.674 ຄອບຄົວ. ຂະນະທີ່ຍັງມີຄອບຄົວທຸກຍາກ 28.047 ຄອບຄົວກວມເອົາ 52,21% ຊຶ່ງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້ ຊຶ່ງບັນຫາທີ່ພາໃຫ້ບໍ່ບັນລຸຕາມຄາດໝາຍ ຍ້ອນຫລາຍປັດໄຈ.

ຂປລ. ປັດຈຸບັນແຂວງຫົວພັນ ມີປະຊາກອນ 313.000 ກວ່າຄົນ. ໃນນັ້ນ, ສາມາດລຶບລ້າງຄອບຄົວທຸກຍາກໄດ້ 25.674 ຄອບຄົວ. ຂະນະທີ່ຍັງມີຄອບຄົວທຸກຍາກ 28.047 ຄອບຄົວກວມເອົາ 52,21% ຊຶ່ງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້ ຊຶ່ງບັນຫາທີ່ພາໃຫ້ບໍ່ບັນລຸຕາມຄາດໝາຍ ຍ້ອນຫລາຍປັດໄຈ. ອັນພົ້ນເດັ່ນແມ່ນທາງດ້ານພູມສັນຖານ ແລະ ລະເບີດບໍ່ທັນແຕກອື່ນໆ.

ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ ຮອງເຈົ້າແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ເມື່ອມໍ່ໆນີ້ວ່າ: ໃນ ປີ 2025 ເຖິງແມ່ນລາຍຮັບສະເລ່ຍຕໍ່ຄົນໄດ້ 20.017.640 ກີບ/ຄົນ/ປີ ທຽບໃສ່ແຜນ 5 ປີໄດ້ 56,47% ແຕ່ອັດຕາການຂະຫຍາຍຕົວເສດຖະກິດສະເລ່ຍ 4,15% ບໍ່ບັນລຸຄາດໝາຍ 1,85%. ປັດຈຸບັນແຂວງຫົວພັນ ຍັງຖືເປັນແຂວງທຸກຍາກ ທັງທີ່ເປັນແຂວງໄດ້ຮັບການປົດປ່ອຍກ່ອນແຂວງອື່ນ ແລະ ເປັນດິນແດນວິລະຊົນສາເຫດຫລັກໆກໍຄື: ພູມສັນຖານພູຜາຊັນ ຊຶ່ງມີເນື້ອທີ່ທຳການຜະລິດກະສິກໍາຈຳກັດ, ພື້ນຖານໂຄງລ່າງທາງບົກຍັງບໍ່ມີພຽງພໍຕໍ່ການຂົນ ສົ່ງສິນຄ້າ ເຮັດໃຫ້ບໍ່ເປັນທີ່ສົນໃຈຂອງນັກລົງທຶນ; ບາດແຜສົງຄາມ ກໍຄືໃນສະໄໝສົງຄາມ ແຂວງຫົວພັນ ໄດ້ຖືກຖິ້ມລະເບີດລູກຫວ່ານຈຳນວນ 2,7 ລ້ານໜ່ວຍ ແລະ ມາຮອດປັດຈຸບັນເກັບກູ້ໄດ້ພຽງ 9 ໝື່ນໜ່ວຍ ຄາດວ່າຍັງມີລະເບີດບໍ່ທັນແຕກເຫລືອຫລາຍກວ່າ 2 ລ້ານກວ່າໜ່ວຍ ທີ່ຍັ່ງຢາຍຢູ່ຕາມ 10 ເມືອງຂອງແຂວງຫົວພັນ ຊຶ່ງແຕ່ລະປີມີຄົນເສຍຊີວິດ ແລະ ເສຍອົງຄະປະມານ 10 ຄົນ. ບັນຫາລະເບີດບໍ່ທັນແຕກດັ່ງກ່າວ ປັດຈຸບັດເປັນໄພຂົ່ມຂູ່ອັນໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ. ໃນໄລຍະຜ່ານມາເຖິງປັດຈຸບັນ, ອົງການເກັບກູ້ລະເບີດຂອງສາກົນທີ່ຊ່ວຍເຫລືອແຂວງຫົວພັນ ສາມາດກວດເກັບກູ້ລະເບີດເລິກຈາກໜ້າດິນໄດ້ພຽງ 20 ຊັງຕີແມັດ ພຽງພໍແຕ່ໃຫ້ປະຊາຊົນທໍາການຜະລິດຂະໜາດນ້ອຍເທົ່ານັ້ນ, ສ່ວນການພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງ, ນໍ້າລິນ ແລະໂຄງການໃຫຍ່ອື່ນໆ ຕ້ອງການກວດລົງເລິກຢ່າງໜ້ອຍ 1 ແມັດ, ແຕ່ຍິ່ງກວດລົງເລິກມູນຄ່າການກວດຍິ່ງແພງຂຶ້ນຫລາຍເທົ່າ ເຮັດໃຫ້ຫລາຍໂຄງການພັດທະນາຕ້ອງເສຍຄ່າການກວດກູ້ລະເບີດທີ່ສູງກວ່າໂຄງການພັດທະນາເທົ່າຕົວ ຫລື ຫລາຍກວ່ານັ້ນ. ສິ່ງນີ້ກໍຍິ່ງເປັນເງື່ອນໄຂທີ່ບໍ່ອໍານວຍຄວາມສະດວກໃຫ້ກັບນັກລົງທຶນນໍາອີກ.
ທ່ານຍັງກ່າວອີກວ່າ: ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026- 2030) ຂອງແຂວງຫົວພັນຄາດວ່າປີ 2030 ລາຍຮັບສະເລ່ຍຕໍ່ຫົວຄົນ ຈະໃຫ້ໄດ້ 27.049.021 ກີບ/ຄົນ/ປີ ໂດຍຈະເລັ່ງໃສ່ພັດທະນາ 5 ທ່າແຮງຄື: ທ່າແຮງດ້ານກະສິກຳ ແລະ ສິ່ງແວດລ້ອມ, ທ່າແຮງດ້ານອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກ, ທ່າແຮງດ້ານຫັດຖະກຳ, ທ່າແຮງດ້ານການທ່ອງທ່ຽວ ແລະ ທ່າແຮງດ້ານພະລັງງານໄຟຟ້າ ເພື່ອສຸມໃສ່ການພັດທະນາເສດຖະກິດ- ສັງຄົມ.
(ແຫລ່ງຂໍ້ມູນ: CMG)
KPL