ຂປລ
ຂປລ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ: ປີນີ້ ແມ່ນອີກໜຶ່ງປີທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດຂອງຊາດລາວ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຊຶ່ງວັນສຳຄັນຕ່າງໆນັ້ນ
ຂປລ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ: ປີນີ້ ແມ່ນອີກໜຶ່ງປີທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດຂອງຊາດລາວ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຊຶ່ງວັນສຳຄັນຕ່າງໆນັ້ນ, ພັກ-ລັດຖະບານກໍຈະໄດ້ມີການສະເຫລີມສະຫລອງຢ່າງຍິ່ງໃຫຍ່. ດັ່ງນັ້ນ, ນອກຈາກວຽກງານປ້ອງກັນຄວາມສະຫງົບ, ວຽກງານອື່ນໆແລ້ວ, ການປົກປັກຮັກສາຄວາມສະອາດກໍມີຄວາມຈຳເປັນທີ່ສຸດ ທີ່ພວກເຮົາຕ້ອງໄດ້ພ້ອມກັນເຮັດ ເພື່ອເຮັດໃຫ້ທຸກສະຖານທີ່ມີຄວາມສະອາດຈົບງາມ ກະກຽມສະເຫລີມສະຫລອງວັນສຳຄັນດັ່ງກ່າວໃຫ້ມີຄວາມໝາຍສຳຄັນທີ່ ແລະ ດຶງດູດການທ່ອງທ່ຽວໃຫ້ມີບັນຍາກາດຟົດຟື້ນ.
ແນວໃດກໍດີ, ຄວາມສວຍງາມຂອງສະພາບແວດລ້ອມທາງທຳມະຊາດ, ປະຫວັດສາດ ຈະດຶງດູດນັກທ່ອງທ່ຽວໄປທ່ຽວຢ່າງໜາແໜ້ນກໍຕໍ່ເມື່ອມີຄວາມສວຍງາມ ແລະ ອຸດົມສົມບູນໄປດ້ວຍປ່າໄມ້, ສັດສາວາສິ່ງ, ອາກາດຊົດຊື່ນອື່ນໆ ແລະ ຄວາມສົນໃຈຂອງນັກທ່ອງທ່ຽວນັບມື້ເພີ່ມນັ້ນ ເມື່ອລັດຖະບານໄດ້ເອົາໃຈໃສ່ສຸມທຶນໃສ່ວຽກງານປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ ທັງໄດ້ອຳນວຍຄວາມສະດວກໃຫ້ຜູ້ປະກອບການມາມີສ່ວນຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາວຽກງານປົກປັກຮັກສາສິ່ງແວດລ້ອມ ຢູ່ສະຖານທີ່ທ່ອງທ່ຽວທຳມະຊາດ, ປະຫວັດສາດ ເພື່ອສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວມາທ່ຽວຢ່າງໜາແໜ້ນໃນແຕ່ລະປີ. ພ້ອມດຽວກັນນີ້, ກໍໄດ້ເຂັ້ມງວດ ແລະ ສົ່ງເສີມຊຸມຊົນມີສ່ວນຮ່ວມໃນການອະນຸລັກສັດປ່າຢູ່ບັນດາປ່າສະຫງວນແຫ່ງຊາດກໍຄືປ່າອື່ນໆ ເພື່ອແນໃສ່ອະນຸລັກສັດປ່າ ແລະ ຊັບພະຍາກອນທໍາມະຊາດມີຄວາມຍືນຍົງຕະຫລອດໄປ.
ໜຶ່ງໃນຫລາຍສະຖານທີ່ແຫລ່ງທ່ອງທ່ຽວທຳມະຊາດທີ່ໄດ້ຮັບການພັດທະນາ ແລະ ຖືກປົກປັກຮັກ ສາໄດ້ເປັນຢ່າງດີຈາກBottom of Form ລັດຖະບານກໍຄືພາກສ່ວນກ່ຽວຂ້ອງ ໂດຍສະເພາະກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໄດ້ຮ່ວມກັບ WCS ຈັດຕັ້ງປະຕິບັດຫລາຍກິດຈະກໍາ ເພື່ອຊຸກຍູ້ສົ່ງເສີມປະຊາຊົນທີ່ອາໄສຢູ່ເຂດໃກ້ຄຽງມີລາຍຮັບ ເພື່ອທົດແທນການເຂົ້າປ່າລ່າເນື້ອ, ລັກລອບຕັດໄມ້ ແລະ ຈັບຈອງດິນໃນເຂດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເຂົ້າໃນການທຳການຜະລິດປູກຝັງ ແລະ ລ້ຽງສັດ, ພ້ອມທັງສົ່ງເສີມໃຫ້ປະຊາຊົນເຂົ້າມາເປັນອາສາສະໝັກວດກາລາດຕະເວນ, ເຂົ້າຮ່ວມບໍລິການກິດຈະກໍາທ່ອງທ່ຽວຢູ່ອຸທິຍານດັ່ງກ່າວເຊັ່ນວ່າ: ການລ່ອງເຮືອຕາມນໍ້າເນີນເບິ່ງສັດປ່າໃນຍາມຄໍ່າຄືນ, ກິດຈະກໍາທ່ອງທ່ຽວຍ່າງປ່າຊົມສັດປ່າ ແລະ ທໍາມະຊາດ. ສິ່ງນີ້ ກໍແມ່ນອີກໜຶ່ງກິດຈະກຳ ທີ່ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະຊາຊົນມີສ່ວນຮ່ວມເຂົ້າໃນການປົກປັກຮັກສາປ່າໄມ້ ກໍຄືສະພາບແວດລ້ອມໃຫ້ມີຄວາມອຸດົມສົມບູນຂຶ້ນເທື່ອລະກ້າວ.ໂດຍ: ເຂົ້າຈານນ້ຳ
KPL