ຂປລ
ຂປລ. ໃນຕອນເຊົ້າ ໃນວັນທີ 17 ພະຈິກ 2025, ການແຂ່ງຂັນມວຍປໍ້າ ມີ 22 ຄູ່, ປະເພດຟີຣສະຕາຍ ຍິງ-ຊາຍ ມີ 48, 49 ແລະ 50 ໂລ, ໃນນີ້ນາງ ມີເຈີ ສຸກສາຄອນ ນັກກິລາມວຍປໍ້າ ປະເພດຟີຣສະຕາຍ ຍິງ 48 ໂລ ຂອງກະຊວງ ປກສ ຍາດໄດ້ 1 ຫລຽນຄໍາ ສາມາດຊະນະ ນາງ ເມ ສິງຫລວງ ນັກກິລາ ຈາກແຂວງຈໍາປາສັກ

ຂປລ. ໃນຕອນເຊົ້າ ໃນວັນທີ 17 ພະຈິກ 2025, ການແຂ່ງຂັນມວຍປໍ້າ ມີ 22 ຄູ່, ປະເພດຟີຣສະຕາຍ ຍິງ-ຊາຍ ມີ 48, 49 ແລະ 50 ໂລ, ໃນນີ້ນາງ ມີເຈີ ສຸກສາຄອນ ນັກກິລາມວຍປໍ້າ ປະເພດຟີຣສະຕາຍ ຍິງ 48 ໂລ ຂອງກະຊວງ ປກສ ຍາດໄດ້ 1 ຫລຽນຄໍາ ສາມາດຊະນະ ນາງ ເມ ສິງຫລວງ ນັກກິລາ ຈາກແຂວງຈໍາປາສັກ, ດ້ວຍຄະແນນ 12 ຕໍ່ 4 ຄະແນນ.

ຂະນະທີ່ ການແຂ່ງຂັນນັກກິລາມວຍປໍ້າ ເກັກ ໂກໂລມັນ ຊາຍ 49 ໂລ ນະຄອນຫລວງ ໄດ້ 1 ຫລຽນຄຳ ຊະນະນ໋ອກ ກະຊວງ ປກສ. ສ່ວນ ຫລຽນເງິນເປັນຂອງນັກກິລາ ຈາກແຂວງສາລະວັນ, ຫລຽນທອງເປັນຂອງນັກກິລາ ປກສ. ໂດຍ: ສູນຂ່າວ
KPL