ຂປລ
ຈີນ ຄົ້ນພົບແຫລ່ງ ບໍ່ຄຳ ຂະໜາດໃຫຍ່ ແຫ່ງທຳອິດ ຢູ່ແຂວງຫລຽວຫນິງ ທາງພາກຕາເວັນອອກ ສຽງເໜືອ ຂອງ ປະເທດ.
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ອ້າງຕາມຂໍ້ມູນ ກະຊວງ ຊັບພະຍາກອນ ທຳມະຊາດ ຂອງຈີນວ່າ: ຈີນ ຄົ້ນພົບແຫລ່ງ ບໍ່ຄຳ ຂະໜາດໃຫຍ່ ແຫ່ງທຳອິດ ຢູ່ແຂວງຫລຽວຫນິງ ທາງພາກຕາເວັນອອກ ສຽງເໜືອ ຂອງປະເທດ.
ແຫລ່ງບໍ່ຄຳຕ້າຕົງໂກວ (Dadonggou) ແຫ່ງນີ້ ຄາດວ່າ ຈະມີສິນແຮ່ຄຳ ຢູ່ 2,586 ຕື້ໂຕນ ແລະ ມີປະລິມານຄຳ ລວມ 1.444,49 ໂຕນ , ໂດຍມີຄວາມບໍລິສຸດ ສະເລ່ຍຢູ່ທີ 0,56 ກຣາມຕໍ່ໂຕນ. ໂດຍການຄົ້ນພົບ ຄັ້ງນີ້ເປັນປະຫວັດສາດນີ້ ຈະຊ່ວຍເສີມສ້າງ ສາງສຳຮອງຄຳ ເຊິງຍຸດທະສາດຂອງປະເທດ ຢ່າງຫລວງຫລາຍ ແລະ ອາດຈະນຳໄປສູ່ ການຈັດຕັ້ງຖານ ການຜະລິດຄຳ ລະດັບໂລກ, ເພື່ອສະໜັບສະໜູນ ຟື້ນຟູ ແລະ ການພັດທະນາ ທີ່ມີຄຸນນະພາບສູງ ໃນພາກພື້ນຕາເວັນອອກສຽງເໜືອ ຂອງຈີນ ຢ່າງເຕັມຮູບແບບ./
KPL