ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເປີດຂຶ້ນຢ່າງເປັນທາງການ

18/11/2025 11:15
ຂປລ ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ນີ້.

       ຂປລ. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ມວນຊົນຊາວນະຄອນຫລວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.

     ໃນພິທີເປີດມະຫະກຳກິລາແຫ່ງຊາດ ຄັ້ງນີີ້, ເລີ່ມຕົ້ນດ້ວຍການສະແດງໂດດຈ້ອງ ຂອງທີມໂດດຈ້ອງຈາກກອງຮ້ອຍ 306 ກອງພັນໃຫຍ່ 703 ກອງບັນຊາການທະຫານອາກາດ, ຕາມດ້ວຍສະແດງສິລະປະ (ຟ້ອນ,  ຮ້ອງເພງຈາກສິນລະປິນທີ່ີມີຊື່ສຽງຂອງ ສປປ ລາວ), ຕໍ່ດ້ວຍຂະບວນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເປັນຕົ້ນຂະບວນປ້າຍຄຳຂວັນ, ເຄື່ອງໝາຍສັນຍະລັກງານມະຫະກຳກິລາແຫ່ງຊາດ  ຄັ້ງທີ XII, ກ້ອນທຸງຊາດ, ທຸງກິລາ, ກ້ອນກຳລັງຂອງກຳມະການຕັດສິນ, ກ້ອນກຳລັງຄະນະນຳ, ຄູຝຶກ ແລະ  ນັກກິລາ  ຈາກພາກສ່ວນຕ່າງໆ, ກ້ອນກໍາລັງເຍົາວະຊົນທັນວາ ແລະ ກ້ອນກໍາລັງຕ້ານການໃຊ້ສານຕ້ອງຫ້າມໃນນັກກິລາ. ພ້ອມນີ້, ຍັງໄດ້ແລ່ນທວນໄຟ ແລະ ຈູດອ່າງໄຟຊຶ່ງສ່ອງແສງເຖິງການນຳພາໄປສູ່ຜົນສຳເລັດຂອງການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທ່ີ  ນະຄອນຫລວງວຽງຈັນ  ເປັນເຈົ້າພາບ  ໃຫ້ປະສົບຜົນສຳເລັດຕາມຄາດໝາຍ ແລະ ໃນຕອນທ້າຍຍັງໄດ້ຍິງບັ້ງໄຟດອກເພື່ອສ້າງສີສັນໃຫ້ພາຍໃນງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ດ້ວຍບັນຍາກາດທີ່ຄຶກຄື້ນ. 

       ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ XII ໃຫ້ຮູ້ວ່າ: ງານມະຫະກຳກິລາແຫ່ງຊາດຄັ້ງທີ XII ຈະດຳເນີນໄປຈົນຮອດວັນທີ 25 ພະຈິກ 2025 ພາຍໃຕ້ຄໍາຂວັນ “ສາມັກຄີມີວິໄນ, ໂປ່ງໃສ, ໄດ້ການພັດທະນາ”, ໂດຍມີສັດນຳໂຊກແມ່ນຮູບນົກຍຸງ, ປະກອບມີ 33 ປະເພດກິລາແຂ່ງຂັນ, ມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ ໃນນັ້ນ, ສະເພາະນັກກິລາທີ່ລົງທະບຽນເຂົ້າແຂ່ງຂັນ 4.065 ທ່ານ, ມາຈາກ 3 ກະຊວງ, 17 ແຂວງ ແລະ ນະຄອນຫລວງວຽງຈັນເຈົ້າພາບ ລວມເປັນ 21 ພາກສ່ວນ ເພື່ອແຂ່ງຂັນຊີງເອົາຫລຽນປະເພດຕ່າງໆ ທັງໝົດ 1.563 ຫລຽນ,ໃນນັ້ນ, ຫລຽນ ຄໍາ 432 ຫລຽນ, ຫລຽນເງິນ 432 ຫລຽນ ແລະ ຫລຽນທອງ 699 ຫລຽນ.ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນເປັນຮອບວຽນ 3 ປີໃດຈັດຂຶ້ນ 1 ຄັ້ງ ແລະ ຄັ້ງຫລ້າສຸດກ່ອນນີ້ແມ່ນຄັ້ງທ 11 ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີ 2022 ຜ່ານມາ, ຄັ້ງນີ້ ເປັນຄັ້ງທີ 12 ຊຶ່ງນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຕາມການໝູນວຽນມອບໝາຍ,  ຊຶ່ງເປັນອີກວາລະໂອກາດອັນດີ ອີກວາລະໜຶ່ງຂອງນະຄອນຫລວງວຽງຈັນ.

       ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວເປີດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຢ່າງ ເປັນທາງການ, ພ້ອມທັງຕາງໜ້າໃຫ້ການນຳພັກ-ລັດ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມຢ່າງຮອບດ້ານ ຂອງນະຄອນຫລວງວຽງຈັນ ກໍຄືຄະນະຮັບຜິດຊອບຈັດງານ ແລະ ສະແດງຄວາມຊົມເຊີຍບັນດາແຂວງ ທີ່ໄດ້ສົ່ງນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ທະນູທອງ, ພາບ: ອ່າຍຄຳ, ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top