ຂປລ
ເຂົ້າ ແລະ ຜົນຜະລິດທາງກະສິກຳອື່ນໆ ໃນຟີລິບປິນ ໄດ້ຮັບ ຄວາມເສຍຫາຍ ໃນໄລຍະຕົ້ນ ເດືອນນີ້ ພາຍຫລັງ ພາຍຸໄຕ້ຝຸ່ນ ຄັລແມກິ (Kalmaegi) ແລະ ຟົງວອງ (Fung-Wong) ທີ່ພັດ ເຂົ້າມາ ຖະຫລົ່ມ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກົມການກະສິກຳ ລາຍງານ ເມື່ອບໍ່ດົນມານີ້ວ່າ: ເຂົ້າ ແລະ ຜົນຜະລິດທາງກະສິກຳອື່ນໆ ໃນຟີລິບປິນ ໄດ້ຮັບ ຄວາມເສຍຫາຍ ໃນໄລຍະຕົ້ນ ເດືອນນີ້ ພາຍຫລັງ ພາຍຸໄຕ້ຝຸ່ນ ຄັລແມກິ (Kalmaegi) ແລະ ຟົງວອງ (Fung-Wong) ທີ່ພັດເຂົ້າມາຖະຫລົ່ມ ໃນບໍ່ເທົ່າໃດວັນ ສ້າງຄວາມ ເສຍຫາຍ ຢ່າງຮຸນແຮງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍສິບຄົນ ແລະ ຄວາມເສຍຫາຍ ໃນຄັ້ງນີ້ ດ້ວຍມູນຄ່າ ປະມານ 3,7 ຕື້ເປໂຊ (62,6 ລ້ານໂດລາສະຫະລັດ). ໃນຂະນະດຽວກັນ ຍັງມີ ຄວາມເສຍຫາຍ ເພີ່ມເຕີມ ຄາດວ່າ ຈະເກີດຂຶ້ນອີກ ເນື່ອງຈາກການປະເມີນ ຍັງສືບຕໍ່ດຳເນີນຢູ່. ໂດຍຜົນຜະລິດເຂົ້າ, ສາລີ ແລະ ພືດອື່ນໆ ເສຍຫາຍ ຫລາຍກວ່າ 19 ລ້ານໂຕນ, ນອກຈາກນັ້ນ, ພື້ນທີ່ກະສິກຳ ໄດ້ຮັບຜົນກະທົບ ປະມານ 36.630 ເຮັກຕາ ແລະ ຊາວກະສິກອນເກືອບ 55.000 ຄົນໄດ້ຮັບຜົນກະທົບ./
KPL