ຂປລ
ຂປລ.ທີມບານສົ່ງຫາດຊາຍ (ຊາຍ) ນະຄອນຫລວງວຽງຈັນ ສາມາດເກັບຄະແນນຄືນມາໄດ້ ລົງສະໜາມນັດທີ 2 ເອົາຊະນະ ຈຳປາສັກ 2-0 ຫລັງເສຍໃຫ້ທີມບານສົ່ງຫາດຊາຍ ກະຊວງປ້ອງກັນປະເທດ 0-2 ໃນນັດທຳອິດ ຫລື ນັດທີ 1 ການແຂ່ງຂັນບານສົ່ງຫາດຊາຍຮອບຄັດເລືອກ ໃນງານມະຫະຫຳກິລາແຫ່ງຊາດຄັ້ງທີ XII.

ການແຂ່ງຂັນບານສົ່ງຫາດຊາຍ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ຈຳປາສັກ (ສາຍ ກ) ມີຂຶ້ນໃນຕອນບ່າຍຂອງວັນທີ 17 ພະຈິກ 2025 ທີ່ເດີນບານສົ່ງຫາດຊາຍກອງທັບ ຫລັກ 5 ເລີ່ມຕົ້ນການແຂ່ງຂັນເຊັດທຳອິດ ນະຄອນຫລວງວຽງຈັນມາດີກວ່າ ຕີຄະແນນຂຶ້ນນຳ, ແຕ່ຈຳປາສັກກໍອາໃສໂອກາດີສວນກັບຫລາຍຄັ້ງ ແຕ່ບໍ່ສາມາດຕີຕື້ນຂຶ້ນມາ ຈົບເຊັດທີ 1 ນະຄອນຫລວງຊະນະໄປ 21-12. ກັບຄືນມາເຊັດທີ 2 ເລີ່ມຂຶ້ນກໍເປັນຝ່າຍນຳ ແຕ່ຈຳປາສັກຫວັງເອົາຊະນະເຊັດນີ້. ຂະນະທີ່ຮອດທ້າຍເຊັດນະຄອນຫລວງວຽງຈັນແກ້ເກມໄດ້ ເກັບແຕ້ມນຳຫ່າງ ແລະ ເອົາຊະນະດ້ວຍຄະແນນ 21-18.

ແນວໃດກໍດີ, ສຳລັບ 2 ທີມນີ້, ແມ່ນລົງສະໜາມເປັນນັດທີ 2 ເຊັ່ນກັນ ຊຶ່ງນະຄອນຫລວງວຽງຈັນ ເສຍໃຫ້ ກະຊວງປ້ອງກັນປະເທດ 10-21 12-21. ສ່ວນແຂວງຈຳປາສັກ ກໍເສຍໃຫ້ແຂວງສະຫວັນນະເຂດ 21-15 20-22 08-15. ສ່ວນຜົນແຂ່ງຂັນບານສົ່ງຫາດຊາຍ (ຍິງ) ກະຊວງປ້ອງກັນປະເທດ ຊະນະ ນະຄອນຫລວງວຽງຈັນ 21-11 21-13 ກປສ ຊະນະ ບໍລິຄຳໄຊ 21-10 21-08 ແລະ ຫລວງພະບາງ ເສຍໃຫ້ບໍ່ແກ້ວ 14-21 15-21. ສຳລັບການແຂ່ງຂັນໃນວັນທີ 18 ພະຈິກ 2025 ແມ່ນແຂ່ງຂັນ 5 ຄູ່ດ້ວຍກັນຄື ທີມຍິງ ແຂວງຈຳປາສັກ ພົບກັບ ນະຄອນຫລວງວຽງຈັນ, ສະຫວັນນະເຂດ ພົບກັບ ກະຊວງປ້ອງກັນປະເທດ. ສ່ວນທີມຊາຍ ສາຍ ກ ນະຄອນຫລວງວຽງຈັນ ພົບກັບ ແຂວງບໍລິຄຳໄຊ, ສາຍ ຂ ແຂວງອັດຕະປື ພົບກັບ ແຂວງໄຊຍະບູລີ ແລະ ແຂວງສະຫວັນນະເຂດ ພົບກັບ ກະຊວງປ້ອງກັນປະເທດ.
ໂດຍ:ສູນຂ່າວ
KPL