ແຂວງຈໍາປາສັກ ມີການແຂ່ງຂັນກິລາຫລາຍປະເພດ

18/11/2025 10:23
ຂປລ ຂປລ. ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 17 ພະຈິກ 2025, ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢູ່ນະຄອນວຽງຈັນ, ນັກກິລາແຂວງຈໍາປາສັກ ມີການແຂ່ງຂັນຫລາຍປະເພດ ເພື່ອຊີງຫລຽນ ເປັນຕົ້ນ ແລ່ນ-ລານ (ຊາຍ-ຍິງ), ຊັອບເທນນິດ ຄູ່ຊາຍ, ລອຍນໍ້າ ແຂ່ງຂັນ 7 ລາຍການ, ຊຶ່ງທັງ 3 ປະເພດ ແຂ່ງຂັນຢູ່່ສະໜາມກິລາແຫ່ງຊາດ ຫລັກ 16.

ຂປລ. ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 17 ພະຈິກ 2025, ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢູ່ນະຄອນວຽງຈັນ, ນັກກິລາແຂວງຈໍາປາສັກ ມີການແຂ່ງຂັນຫລາຍປະເພດ ເພື່ອຊີງຫລຽນ ເປັນຕົ້ນ ແລ່ນ-ລານ (ຊາຍ-ຍິງ), ຊັອບເທນນິດ ຄູ່ຊາຍ, ລອຍນໍ້າ ແຂ່ງຂັນ 7 ລາຍການ, ຊຶ່ງທັງ 3 ປະເພດ ແຂ່ງຂັນຢູ່່ສະໜາມກິລາແຫ່ງຊາດ ຫລັກ 16. 

ພ້ອມນີ້, ຍັງມີແຂ່ງຂັນລົດຖີບ ໄທຄີລ້ຽມ 30 ກິໂລແມັດ ສະຖານທີ່ແຂ່ງຂັນ ເສັ້ນທາງ 450 ປີ, ມວຍປໍ້າ (ຊາຍ-ຍິງ) ຢູ່ສູນພັກນັກກິລາສີເກີດ, ໜ້າເກັກ ປະເພດດ່ຽວຍິງ 10 ແມັດ ຢູ່ສູນພັກນັກກິລາສີເກີດ, ລອຍນໍ້າ (ຊາຍ-ຍິງ) ຢູ່ສະໜາມກິລາແຫ່ງຊາດ ຫລັກ 16, ໝາກເສິກ ປະເພດດ່ຽວຊາຍ 3 ນາທີ  ຢູ່ສະໜາມກິລາວິທະຍາເຂດ ມຊ, ກະຕໍ້ (ຊາຍ-ຍິງ) ຢູ່ສະໜາມກິລາໃນຮົ່ມ ມຊ, ສະນຸກເກີ້ ຄູ່ຊາຍ 6 ແດງ  ຢູ່ The king ໜອງໄຮ, ມວຍວູຊູ ຍິງ ຮຸ່ນ 46 ກິໂລກຣາມ ແລະ ຊາຍ ຮຸ່ນ 48 ກິໂລກຣາມ ຢູ່ສູນພັກນັກກິລາ ສີເກີດ, ບານເຕະ (ຊາຍ) ຮອບຄັດເລືອກ ແຂ່ງຂັນເວລາ 15 ໂມງ ຢູ່ສູນພັກນັກກິລາຫ້ວຍຫົງ 1, ບານສົງຫາດຊາຍ (ຊາຍ) ຮອບຄັດເລືອກ ແຂ່ງຂັນເວລາ 15:15 ໂມງ ຢູ່ເດີ່ນບານສົ່ງຫາດຊາຍ ກອງທັບ ຫລັກ 5, ບານສົ່ງໃນຮົ່ມ (ຊາຍ) ຮອບຄັດເລືອກ ແຂ່ງຂັນເວລາ 10 ໂມງ ຢູ່ເດີ່ນບານສົ່ງໃນຮົ່ມ ກອງທັບ ຫລັກ 5, ດອກປີກໄກ່ (ທີມຍິງ) ຮອບຄັດເລືອກ ແຂ່ງຂັນເວລາ 13:30 ໂມງ ຢູ່ສູນພັກນັກກິລາບຶງຂະຫຍອງ, ເປຕັງ (ດ່ຽວຍິງ, ດ່ຽວຊາຍ) ຮອບຄັດເລືອກ ແຂ່ງຂັນເວລາ 9:00 ໂມງ ຢູ່ເດີ່ນກິລາເປຕັັງ ມຊ, ໝາກຂ່າງ (ທິມຍິງ-ທິມຊາຍ), ຮອບຄັດເລືອກແຂ່ງຂັນເວລາ 7:30 ໂມງ-15 ໂມງຢູ່ສູນພັກນັກກິລາ ສີເກີດ, ປິງປ່ອງ (ທິມຊາຍ) ຮອບຄັດເລືອກ ແຂ່ງຂັນເວລາ 8:30 ໂມງ ຢູ່ສູນການຄ້າລາວ-ໄອເຕັກ.

ຂໍເຊີນຊວນປະຊາຊົນຊາວແຂວງຈໍາປາສັກ ຊ່ວຍສົ່ງແຮງເຊຍແຮງໃຈ ໄປໃຫ້ທັບນັກກິລາຂອງແຂວງຈໍາປາສັກ. ສໍາລັບຊາວແຂວງຈໍາປາສັກ ທີ່ອາໄສຢູ່ນະຄອນຫລວງວຽງຈັນ ຖ້າທ່ານໃດມີເງື່ອນໄຂ ສາມາດໄປຮ່ວມຊົມຮ່ວມເຊຍນໍາກັນ ເພື່ອເປັນກໍາລັງໃຈໃຫ້ແກ່ລູກຫລານໃນການຊີງໄຊ ແລະ ຍາດເອົາຫລຽນປະເພດຕ່າງໆ 
ມາໃຫ້ແຂວງຈໍາປາສັກ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້.
ສະຫລຸບຫລຽນມາຮອດວັນທີ 16 ພະຈິກ 2025, ນັກກິລາແຂວງຈໍາປາສັກ ສາມາດຍາດໄດ້ 31 ຫລຽນ ໃນນີ້, ມີ 8 ຫລຽນຄໍາ, 7 ຫລຽນເງິນ ແລະ 16 ຫລຽນທອງ. 
ຂ່າວ: ທູນທອງໃຈ

KPL

ຂ່າວອື່ນໆ

ads
ads

Top