ກະຊວງປ້ອງກັນປະເທດ ຊະນະເຈົ້າພາບ ຄວ້າຫລຽນຄໍາ ກິລາສະນຸກເກີ້ຄູ່ຊາຍ ປະເພດ 6 ແດງ

18/11/2025 11:18
ຂປລ ຂປລ.ການແຂ່ງຂັນກິລາສະນຸກເກີ້ຄູ່ຊາຍ ປະເພດ 6 ແດງ ຮອບຊີງຊະນະເລີດ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2025 ທີ່ສະໂມສອນກິລາສະນຸກເກີ້ ເດິຄິງ ບ້ານໜອງໄຮ ເມືອງຫາດຊາຍຟອງ

ຂປລ.ການແຂ່ງຂັນກິລາສະນຸກເກີ້ຄູ່ຊາຍ ປະເພດ 6 ແດງ ຮອບຊີງຊະນະເລີດ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2025  ທີ່ສະໂມສອນກິລາສະນຸກເກີ້ ເດິຄິງ ບ້ານໜອງໄຮ ເມືອງຫາດຊາຍຟອງ ເປັນການພົບກັນລະຫວ່າງ ກະຊວງປ້ອງກັນປະເທດ ພົບກັບ ນະຄອນຫລວງວຽງຈັນ  ຊຶ່ງນັກກິລາຈາກກະຊວງປ້ອງກັນປະເທດ ສາມາດເອົາຊະນະນັກກິລາເຈົ້າພາບນະຄອນຫລວງ ສົ່ງຜົນໃຫ້ຍາດເອົາຫລຽນຄຳໄປຄອງ.    

ການແຂ່ງຂັນກິລາສະນຸກເກີ້ຄູ່ຊາຍ ປະເພດ 6 ແດງ ໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ທ້າວ ສຸລິຍາ ມີນາລາວົງ ຈັບຄູ່ກັບ ທ້າວ ພັນສາ ຄໍາລືຫານ ທີມຈາກກະຊວງປ້ອງກັນປະເທດ ພົບກັບ ນະຄອນຫລວງວຽງຈັນເຈົ້າພາບ. ຜົນປາກົດວ່າ ກະຊວງປ້ອງກັນປະເທດ ເອົາຊະນະ ນະຄອນຫລວງວຽງຈັນເຈົ້າພາບ ຄວ້າຫລຽນຄໍາ ກິລາສະນຸກເກີ້ຄູ່ຊາຍ ປະເພດ 6 ແດງ 5 ຕໍ່ 3 ເຟຣມ.      
ກິລາສະນຸກເກີ້  ແຂ່ງຂັນ 5 ປະເພດຄື: ຄູ່ຊາຍ 6 ແດງ, ມີ 7 ທີມ, ດ່ຽວຊາຍ 6 ແດງ, ມີ 7 ທີມ 14 ຄົນ, ທີມຊາຍ 15 ແດງ, ມີ 7 ທີມ, ຄູ່ຊາຍ 15 ແດງ, ມີ 7 ທີມ ແລະ ດ່ຽວຊາຍ 15 ແດງ, ມີ 7 ທີມ 14 ຄົນ ຊຶ່ງໄດ້ແຂ່ງຂັນຈົນເຖິງ 23 ພະຈິກ 2025 ນີ້. 



ໂດຍ:ສູນຂ່າວ

   
KPL

ຂ່າວອື່ນໆ

ads
ads

Top