ພາຍຸໄຕ້ຝຸ່ນ ຄັນແມກິ ເຮັດໃຫ້ມີຜູ້ເສຍຊີວິດ 188 ຄົນ-ສູນຫາຍ 135 ຄົນ ຢູ່ຟີລິບປິນ

07/11/2025 15:11
ຂປລ ນັບ​ມາ​ຮອດ​ ວັນ​ທີ 7 ພະ​ຈິກ​ນີ້, ພາ​ຍຸ​ໄຕ້​ຝຸ່ນ ​ຄັນ​ແມ​ກິ(KALMAEGI) ​ ​ເຮັດ​ໃຫ້​ມີ ​ຜູ້​ເສ​ຍ​ຊີ​ວິດ 188 ຄົນ ແລະ ສູນ​ຫາຍ 135 ຄົນ​ຢູ່​ ຟີ​ລິບ​ປິນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງ​ຕາມ​ ຄະ​ນະ​ກຳ​ມະການ ຫລຸດ​ຜ່ອນ​ ຄວາມ​ສ່ຽງ​ ໄພ​ພິ​ບັດ​ແຫ່ງ​ຊາດ ​ຟີ​ລິບ​ປິນ ​ລາຍ​ງານ​ ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ ວັນ​ທີ 7 ພະ​ຈິກ​ນີ້, ພາ​ຍຸ​ໄຕ້​ຝຸ່ນ ​ຄັນ​ແມ​ກິ(KALMAEGI) ​ ​ເຮັດ​ໃຫ້​ມີ ​ຜູ້​ເສ​ຍ​ຊີ​ວິດ 188 ຄົນ ແລະ ສູນ​ຫາຍ 135 ຄົນ​ຢູ່​ ຟີ​ລິບ​ປິນ.ພາ​ຍຸ​ໄຕ້​ຝຸ່ນ ​ຄັນ​ແມ​ກິ ໄດ້​​ພັດເຂົ້າ​ຟີ​ລິ​ບ​ປິນ​ໃນວັນ​ທີ 4 ພະ​ຈິກ​ນີ້. ວັນ​ທີ 6 ພະ​ຈິກ​ນີ້, ທ່ານ​ ເຟີ​ດີ​ນານ ໂຣ​ມົວ​ເດ​ສ ມາ​ໂກ​ສ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້ ​ປະ​ກາດ​ທົ່ວ​ປະ​ເທດ ​ເຂົ້າ​ສູ່​ສະ​ພາ​ບ ໄພ​ພິ​ບັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top