ຂປລ
ສັບປະດາ ການຮ່ວມມື ສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG ແລະ ອົງການ ປົກຄອງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ ຮ່ວມກັນເປັນເຈົ້າພາບ ໄດ້ໄຂຂຶ້ນຢູ່ນະຄອນໜານໜິງ.

ຂປລ. ວັນທີ 3 ພະຈິກນີ້, ສັບປະດາ ການຮ່ວມມື ສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG ແລະ ອົງການ ປົກຄອງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ ຮ່ວມກັນເປັນເຈົ້າພາບ ໄດ້ໄຂຂຶ້ນຢູ່ນະຄອນໜານໜິງ. ກິດຈະກຳຄັ້ງນີ້ພາຍໃຕ້ຫົວຂໍ້ວ່າ: "ການເປີດກວ້າງ, ວັດທະນະທຳ, ຮ່ວມສາຍຄາດຽວກັນ" (Openness, Culture, Shared Home) ໂດຍມີເຈົ້າໜ້າທີ່ລັດຖະບານ, ທູຕານຸທູດປະຈຳຈີນ, ບຸກຄົນໃນວົງການສື່ມວນຊົນ, ຜູ້ຊ່ຽວຊານ, ນັກວິຊາການ ແລະອື່ນໆ 200 ກວ່າທ່ານທີ່ມາຈາກຈີນ ແລະ ປະເທດສະມາຊິກອາຊຽນເຂົ້າຮ່ວມ ເພື່ອດຳເນີນການສົນທະນາ ແລະ ແລກປ່ຽນຄວາມເຫັນຮ່ວມກັນຢ່າງເລິກເຊິ່ງ. ທ່ານ ຟ້ານຢູນ ຮອງຜູ້ອຳນວຍການໃຫຍ່ CMG, ຮອງບັນນາທິການໃຫຍ່ CGTN ກ່າວວ່າ: ກອງປະຊຸມ ຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ເຊິ່ງໄດ້ວາງແຜນການໃໝ່ກ່ຽວກັບວຽກງານທີ່ຍິ່ງໃຫຍ່ຕ່າງໆ ເຊັ່ນ: ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ແລະອື່ນໆ. CMG ຈະຖືເອົາ “ການເປີດກວ້າງ” ເປັນທິດຊີ້ນຳ, ຮ່ວມກັບຄູ່ຮ່ວມມືອາຊຽນ ເພື່ອຄົ້ນຄວ້າການປະຍຸກໃຊ້ປັນຍາປະດິດ, ຖານຂໍ້ມູນໃຫຍ່, cloud computing ແລະ ເຕັກນິກປະດິດສ້າງໃໝ່ອື່ນໆໃນຂົງເຂດສື່ມວນຊົນຕື່ມອີກ, ເຮັດໃຫ້ໝາກຜົນຂອງການຮ່ວມມືດ້ານສື່ມວນຊົນສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາປະເທດໃນພາກພື້ນດີຂຶ້ນກວ່າເກົ່າ; ຖື “ວັດທະນະທຳ” ເປັນສາຍເຊື່ອມຕໍ່, ຮ່ວມກັບຄູ່ຮ່ວມມືອາຊຽນ ເພື່ອວາງແຜນຈັດກິດຈະກຳແລກປ່ຽນວັດທະນະທຳທີ່ເຊື່ອມຕໍ່ຈິດໃຈປະຊາຊົນ, ຕິດແທດກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອົບອຸ່ນຫຼາຍກວ່າເກົ່າ; ຖື “ຮ່ວມສາຍຄາດຽວກັນ” ເປັນຈຸດຢືນ, ສືບຕໍ່ເສີມຂະຫຍາຍທ່າແຮງດ້ານໂຄສະນາເຜີຍແຜ່ສາກົນຂອງ CMG ທີ່ກວມເອົາ 85 ພາສາ, ເວທີສັບພະສື່ຂອງ CGTN, ມີສະຖານີ 192 ແຫ່ງຢູ່ຕ່າງປະເທດ ແລະອື່ນໆ ເພື່ອເລົ່າເລື່ອງກ່ຽວກັບຈີນ ແລະ ອາຊຽນຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ດີ. ຈາກນັ້ນ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະ ໂຄສະນາອົບຮົມ ສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ກ່າວຄຳປາໄສ ຜ່ານທາງວີດີໂອວ່າ: ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ໄດ້ສະທ້ອນເຖິງ ຈິດໃຈ ແຫ່ງການຮ່ວມມື ເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນ ເຖິງສາຍພົວພັນອັນແໜ້ນແຟ້ນ ລະຫວ່າງ ປະຊາຊົນຈີນ-ອາຊຽນ ທີ່ມີມາແຕ່ດົນນານ. ສຳລັບ ໃນຍຸກດີຈີຕອນ ທີ່ເຕັມໄປດ້ວຍການປ່ຽນແປງ, ບົດບາດຂອງສື່ມວນຊົນ ໄດ້ຫັນປ່ຽນໄປ ຢ່າງເຊິກເຊິ່ງ. ສື່ມວນຊົນ ບໍ່ພຽງແຕ່ ເປັນຜູ້ລາຍງານຂ່າວ, ແຕ່ໄດ້ກາຍເປັນ “ຂົວຕໍ່” ທີ່ສຳຄັນ ໃນການເຊື່ອມໂຍງ ວັດທະນະທຳ ແລະ ສ້າງຄວາມເຂົ້າໃຈ ເຊິ່ງກັນແລະກັນ. ພ້ອມທັງ ຮູ້ດີວ່າ ສປ ຈີນ ແລະ ອາຊຽນ ແມ່ນປະເທດ ບ້ານໃກ້ເຮືອນຄຽງ ເຊື່ອມຕໍ່ກັນ ທັງພູຜາ ແລະ ສາຍນ້ຳ, ສື່ມວນຊົນ ມີໜ້າທີ່ໃນການສ້າງຂົວຕໍ່ ແຫ່ງມິດຕະພາບ ເພື່ອໃຫ້ປະຊາຊົນ ໄດ້ເຂົ້າໃຈ ແລະ ຮຽນຮູ້ ເຊິ່ງກັນ ແລະ ກັນຫລາຍຂຶ້ນ. ຕ້ອງຮ່ວມກັນນຳສະເໜີ ເລື່ອງລາວທີ່ສ້າງສັນ, ເລື່ອງລາວແຫ່ງການຮ່ວມມື ແລະ ການພັດທະນາ ເພື່ອສ້າງຄູ່ “ຮ່ວມສາຍຄາດຽວກັນ” ທີ່ໝັ້ນຄົງ, ເຂັ້ມແຂງ ແລະ ຍືນຍົງ. ໃນຖານະເປັນສະມາຊິກໜຶ່ງ ໃນຄອບຄົວ ອາຊຽນ, ສປປ ລາວ ພ້ອມຈະສົ່ງເສີມ ການຮ່ວມມື ດ້ານສື່ມວນຊົນກັບ ສປ ຈີນ ແລະ ບັນດາປະເທດ ສະມາຊິກ ອາຊຽນອື່ນໆ ໃຫ້ເຂົ້າສູ່ລວງເລິກ.ນອກນີ້ ຍັງມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ “ສັບປະດາຮ່ວມມື” ໃນຄັ້ງນີ້ ຈະເປັນເວທີທີ່ສຳຄັນ ໃຫ້ພວກເຮົາໄດ້ “ບັນລຸແນວຄວາມຄິດໃໝ່ໆ ແລະ ສຳຫລວດເສັ້ນທາງໃໝ່” ເພື່ອຍົກລະດັບ ການຮ່ວມມື ດ້ານສື່ມວນຊົນ ໃຫ້ກ້າວໄປອີກຂັ້ນໜຶ່ງ. ສັບປະດາການຮ່ວມມືຄັ້ງນີ້ ຍັງຈະຈັດກອງປະຊຸມ ສົນທະນາຊາວໜຸ່ມ ວົງການສື່ມວນຊົນຈີນ-ອາຊຽນ, ຊາວໜຸ່ມວົງການສື່ມວນຊົນ ສອງຝ່າຍ ຈະຄົ້ນຄວ້າ ປຶກສາຫາລືກ່ຽວກັບ ການປະດິດສ້າງໃໝ່ ດ້ານການພັດທະນາ ແລະ ການຮ່ວມມື ດ້ານສື່ມວນຊົນ ໂດຍປິ່ນອ້ອມ “ປັນຍາປະດິດ ສ້າງພະລັງຂັບເຄື່ອນ ໃຫ້ແກ່ ສື່ມວນຊົນ ແລະ ວັດທະນະທຳ” ແລະ ຫົວຂໍ້ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL