ໄລຍະ 9 ເດືອນຜ່ານມາ ອັດຕະປື ເກັບລາຍຮັບ ໄດ້ 1.230 ກວ່າຕື້ກີບ

03/11/2025 13:48
Email Print 125
ຂປລ ຂປລ. ໃນໄລຍະ 9 ເດືອນ ປີ 2025 ນີ້ ແຂວງອັດຕະປື ປະຕິບັດລາຍຮັບງົບປະມານໄດ້ 1.230,95 ຕື້ກີບ ເທົ່າກັບ 116% ຂອງແຜນການ (ມະຕິສະພາ 1.057,9 ຕື້ກີບ) ໃນນັ້ນ, ລາຍຮັບພູດສູນກາງ ປະຕິບັດໄດ້ 167,4 ຕື້ກີບ ເທົ່າກັບ 116% ຂອງແຜນການ

ຂປລ. ໃນໄລຍະ 9 ເດືອນ ປີ 2025 ນີ້ ແຂວງອັດຕະປື ປະຕິບັດລາຍຮັບງົບປະມານໄດ້ 1.230,95 ຕື້ກີບ ເທົ່າກັບ 116% ຂອງແຜນການ (ມະຕິສະພາ 1.057,9 ຕື້ກີບ) ໃນນັ້ນ, ລາຍຮັບພູດສູນກາງ ປະຕິບັດໄດ້ 167,4 ຕື້ກີບ ເທົ່າກັບ 116% ຂອງແຜນການ (ມະຕິສະພາ 144,6 ຕື້ກີບ), ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 1.063,55 ຕື້ກີບ ເທົ່າກັບ 116% ຂອງແຜນການ ໃນນີ້, ຮັບຈາກສ່ວຍສາອາກອນ 537,85 ຕື້ກີບ ເທົ່າກັບ 127% ຂອງແຜນການ ແລະ ຮັບຈາກຊັບສິນຂອງລັດ 525,7 ຕື້ກີບ ເທົ່າກັບ 107% ຂອງແຜນການ. ໃນຂະນະດຽວກັນ ແຂວງສາມາດເກີນດຸນ 710,71 ຕື້ກີບ ກວມເອົາ 9,6% ຂອງຈີດີພີ.

ທ່ານ ສຸລິວົງ ອະໄພວົງ ວ່າການຫົວໜ້າພະແນກການເງິນ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະ 9 ເດືອນຜ່ານມາ ແຂວງອັດຕະປື ກໍຄືພະແນກການເງິນແຂວງ ໄດ້ສຸມໃສ່ຂຸດຄົ້ນທຸກແຫລ່ງລາຍຮັບ ດ້ວຍມາດຕະການຕ່າງໆ ລວມທັງຈັດຕັ້ງປະຕິບັດບັນດານິຕິກໍາ ເພື່ອເພີ່ມທະວີການຄຸ້ມຄອງການເກັບລາຍຮັບດ້ວຍລະບົບທັນສະໄໝ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ, ໄປພ້ອມກັບການປັບປຸງກົງຈັກການຈັດຕັ້ງ, ຕັ້ງໜ້າປະຕິບັດຂຸດຄົ້ນຖານລາຍຮັບຂອງທ້ອງຖິ່ນທີ່ບົ່ມຊ້ອນ ບວກກັບການເອົາໃຈໃສ່ຄຸ້ມຄອງບັນດາຫົວໜ່ວຍງົບປະມານ ແລະ ຖານລາຍຮັບທີ່ສູນກາງມອບໃຫ້ເຮັດໃຫ້ແຂວງ ສາມາດກຸ້ມຕົນເອງທາງດ້ານລາຍຈ່າຍ, ມີສ່ວນດຸນດ່ຽງໃຫ້ສູນກາງ ແລະ ເກັບລາຍຮັບ ໄດ້ເກີນແຜນທຸກໆປີ.

ສ່ວນດ້ານລາຍຈ່າຍງົບປະມານ ແມ່ນໄດ້ສຸມໃສ່ຄຸ້ມຄອງລາຍຈ່າຍ ບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ ຕາມຄໍາສັ່ງເລກທີ 205/ນຍ ໂດຍຈັດລຽງບຸລິມະສິດປະເພດລາຍຈ່າຍ ເພື່ອຮັບປະກັນການເບີກຈ່າຍທັນຕາມກຳນົດເວລາ, ຄຸ້ມຄອງລາຍຈ່າຍທີ່ຮັດກຸມຂຶ້ນຕື່ມ ໂດຍສະເພາະ ຫລຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນ ຊຶ່ງໃນ 9 ເດືອນ ປະຕິບັດລາຍຈ່າຍໄດ້ 520,24 ຕື້ກີບ ເທົ່າກັບ 62,82% ຂອງແຜນການ (ມະຕິສະພາຕາມແຜນດັດແກ້ 828,087 ຕື້ກີບ) ໃນນີ້, ຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ 186,06 ຕື້ກີບ ເທົ່າກັບ 64% ຂອງແຜນການ, ຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນຕ່າງໆ 29,56 ຕື້ກີບ ເທົ່າກັບ 44% ຂອງແຜນການ, ຈ່າຍເງິນບໍລິຫານປົກກະຕິ 26,33 ຕື້ກີບ ເທົ່າກັບ 54% ຂອງແຜນການ, ຈ່າຍເງິນດັດສົມ-ສົ່ງເສີມ 8,4 ຕື້ກີບ ເທົ່າກັບ 64% ຂອງແຜນການ, ຈ່າຍເງິນລົງທຶນຂອງລັດ 58,85 ຕື້ກີບ ເທົ່າກັບ 88% ຂອງແຜນການ, ເງິນແຮ ແລະ ເງິນອື່ນໆ 210,77 ຕື້ກີບ ເທົ່າກັບ 62,10% ຂອງແຜນການ, ການປະຕິບັດລາຍຈ່າຍ ແມ່ນສຸມໃສ່ການເບີກຈ່າຍເງິນເດືອນ ໃຫ້ພະນັກງານ-ລັດຖະກອນ ແລະ ເງິນນະໂຍບາຍຕ່າງໆ ເປັນບຸລິມະສິດຕົ້ນຕໍ. ສະເພາະເງິນເກີນແຜນ ກໍໄດ້ນໍາໃຊ້ແກ້ໄຂໜີ້ສິນເປັນບຸລິມະສິດ ໂດຍສະເພາະ ໜີ້ສິນໂຄງການລົງທຶນຂອງລັດ ສາມາດປົດອອກຈາກສາລະບານການລົງທຶນໄດ້ຫລາຍໂຄງການ, ສໍາລັບພູດຂອງເມືອງ ກໍມອບໃຫ້ເມືອງຄຸ້ມຄອງນໍາໃຊ້ 100% ເພື່ອສ້າງຄວາມເຂັ້ມແຂງ. ພ້ອມນັ້ນ, ກໍໄດ້ດໍາເນີນການກວດກາ-ປັບປຸງລະບົບການເງິນ ລາຍຮັບ-ລາຍຈ່າຍ, ລະບົບຄັງເງິນຄືນໃໝ່ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ຫັນເຂົ້າສູ່ວິໄນແຜນການ-ການເງິນ ຢ່າງເຂັ້ມງວດ.

KPL

ຂ່າວອື່ນໆ

ads
ads

Top