ຂປລ
ງານວາງສະແດງ ສິນຄ້າ ນຳເຂົ້າ ສາກົນຈີນ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 5 ຫາ 10 ພະຈິກນີ້ ໂດຍມີ 155 ປະເທດ, ເຂດແຄວ້ນ ແລະ ອົງການ ຈັດຕັ້ງສາກົນ ເຂົ້າຮ່ວມ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ງານວາງສະແດງ ສິນຄ້າ ນຳເຂົ້າ ສາກົນຈີນ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 5 ຫາ 10 ພະຈິກນີ້ ໂດຍມີ 155 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ, ມີວິສາຫະກິດຕ່າງປະເທດ 4.108 ແຫ່ງ ເຂົ້າຮ່ວມງານວາງສະແດງ, ເນື້ອທີ່ວາງສະແດງທັງໝົດ ມີຫລາຍກວ່າ 430.000 ຕາແມັດ ເຊິ່ງໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ, ຈະເປີດກວ້າງ “ວົງເພື່ອນມິດ” ດ້ານເສດຖະກິດການຄ້າຂອງຈີນຕື່ມອີກ ແລະ ເຕົ້າໂຮມ ຄວາມເຫັນ ທີ່ເປັນເອກະພາບກັນໃໝ່ ແຫ່ງການເປີດປະຕູ ສູ່ພາຍນອກ ແລະ ຮ່ວມມືກັນຢ່າງກວ້າງຂວາງ. ຂະນະທີ່ ສປ ຈີນ ເປັນປະເທດ ພວມພັດທະນາ ພຽງໜຶ່ງດຽວ ທີ່ໄດ້ຈັດງານວາງສະແດງ ສິນຄ້ານຳເຂົ້າສາກົນ ລະດັບຊາດ ແລະ ເປີດຕະຫລາດ ຕໍ່ທົ່ວໂລກ ຢ່າງຕໍ່ເນື່ອງ. ສປ ຈີນ ໄດ້ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ທີ່ມີລະດັບສູງ ຢ່າງບໍ່ຢຸດຢັ້ງ ແລະ ສ້າງຜົນປະໂຫຍດ ເຊິ່ງກັນແລະກັນ ກັບບັນດາຝ່າຍ ໃນການເປີດປະຕູ ສູ່ພາຍນອກ ແລະ ການເຊື່ອມໂຍງເຂົ້າກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL