ຂປລ
ຂປລ. ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ, ອົດທົນ ມັກໃນການເຮັດກະສິກຳ ເພື່ອສ້າງເສດຖະກິດຄອບຄົວ ແລະ ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ, ຮັ່ງມີເຂັ້ມແຂງຂຶ້ນໄປຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກບວກກັບຄວາມມັກໃນອາຊີບນັ້ນໆ

ຂປລ. ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ, ອົດທົນ ມັກໃນການເຮັດກະສິກຳ ເພື່ອສ້າງເສດຖະກິດຄອບຄົວ ແລະ ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ, ຮັ່ງມີເຂັ້ມແຂງຂຶ້ນໄປຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກບວກກັບຄວາມມັກໃນອາຊີບນັ້ນໆ ຈຶ່ງເຮັດໃຫ້ປະສົບຜົນສຳເລັດ ດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫລື ເປົາຈະເລີນຊັບ ປະທານບໍລິສັດ ເປົາຈະເລີນຊັບຮັບເໝົາກໍ່ສ້າງຂົວທາງ ເຄຫະສະຖານ ຈຳກັດ ຜູ້ດຽວ ເປັນອີກຄອບຄົວໜຶ່ງທີ່ມັກໃນການເຮັດກະສິກຳແບບປະສົມປະສານ ຢູ່ບ້ານໂນນສົມບູນ ເມືືອງສອງຄອນ ແຂວງສະຫວັນນະເຂດ.

ທ່ານ ວົງວິໄລ ພະສຸວໍ ຫລື ເປົາຈະເລີນຊັບ ໄດ້ໃຫ້ສຳພາດກ່ຽວກັບການພັດທະນາສວນແສນສຸກ ຄອບຄົວເປົາຈະເລີນຊັບວ່າ: ນອກຈາກເຮັດທຸລະກິດແລ້ວ, ຕົນເອງ ແລະ ຄອບຄົວ ຍັງເຮັດກະສິກຳແບບປະສົມປະສານຕື່ມອີກ ເພາະຕົນເອງມັກໃນການເຮັດກະສິກຳແດ່ ຈຶ່ງໄດ້ນຳໃຊ້ທຶນຮອນທີ່ມີມາພັດທະນາດິນປ່າໂຄກ ຢູ່ບ້ານໂນນສົມບູນ ເມືອງສອງຄອນ ແຂວງສະຫວັນນະເຂດ ໃຫ້ກາຍເປັນສວນກະສິກຳແບບປະສົມປະສານ ສ້າງເປັນສວນແສນສຸກ ຄອບຄົວເປົາຈະ ເລີນຊັບ ຊຶ່ງໃນເມື່ອກ່ອນພື້ນທີ່ສວນແຫ່ງນີ້ເປັນພຽງພື້ນທີ່ປ່າໂຄກ ແລະ ແຫ້ງແລ້ງເທົ່ານັ້ນ ຈຶ່ງມີແນວຄິດຢາກພັດທະນນາດິນເປົ່າວ່າງໃຫ້ເກີດປະໂຫຍດ ຂ້າພະເຈົ້າ ແລະ ຄອບຄົວຈຶ່ງຕັດສິນໃຈມາບຸກເບີກພັດທະນາພື້ນທີ່ດ່ັງກ່າວໃນເນື້ອທີ່ທັງໝົດ 8 ເຮັກຕາກວ່າ ໃຫ້ກາຍສວນກະສິກຳປູກພືດ-ລ້ຽງສັດແບບປະສົມປະສານ ເລີ່ມຈາກປັບໃຫ້ເປັນພື້ນທີ່ທີ່ສາມາດກັກເກັບນຳ້ໄດ້ຕະຫລອດທັງປີ ທີ່ມີການອອກແບບ ແລະ ຈັດວາງແຜນລະບົບນ້ຳໃຫ້ສອດຄ່ອງ ແລະ ເຈາະນຳ້ບາດານ,ນຳໃຊ້ແຜງໂຊລ້າເຊວ ພະລັງງານແສງຕາເວັນ ເພື່ອດູດນຳ້ຈາກພື້ນດິນຂຶ້ນມາໃສ່ຄອງ ແລະ ລະບາຍລົງໃສ່ຄອງຍ່ອຍ ແລະ ປ່ອຍລົງສູ່ໜອງສະເປັນບ່ອນກັກເກັບນຳ້ ແລ້ວຈຶ່ງອ້ວຍກັບຄືນມາສູ່ຄອງເພື່ອລ້ຽງພືດ; ພ້ອມນີ້ໃນສວນແບ່ງເປັນແຕ່ເຂດເພື່ອລ້ຽງສັດ ແລະ ປູກພືດ ເປັນຕົ້ນແມ່ນລ້ຽງໝູປ່າ, ແບ້ ແລະ ງົວຈຳນວນໜຶ່ງ, ແບ່ງເຮັດເປັນນາໄຮ່ໃຫຍ່ ໄດ້ 4 ໄຮ່ ໃນເນື້ອທີ່ 2 ເຮັກຕາ ປູກເຂົ້າ, ສ້າງໜອງສະ ແລະ ໜອງຄອງໄສ້ໄກ່ 9 ຄອງ ເຊັ່ນ ຄອງລ້ຽງປາດຸກ, ຄອງປາຄໍ່, ຄອງປາເຄັງ, ສ່ວນຄອງທີ່ເຫລືອແມ່ນລ້ຽງປາລວມ ມີປາປາກ, ປານີນ, ປາກິນຫຍ້າ, ປາອີສົກ ແລະ ປາອື່ນໆ ທີ່ນິຍົມຕາມທ້ອງຕະຫລາດ, ສຳລັບເຂດປູກພືດ ແມ່ນປູກກ້ວຍ, ອ້ອຍ, ໝາກຫຸ່ງ, ໝາກມ່ວງ, ມັນຕົ້ນ, ມັນດ້າງ ແລະ ພືດສວນຄົວປະສົມປະສານຕ່າງໆຕື່ມອີກ ເພື່ອໄວບໍລິໂພກພາຍໃນຄອບຄົວ ແລະ ຂາຍເປັນສິນຄ້າຈຳນວນໜຶ່ງ.

ທ່ານ ວົງວິໄລ ພະສຸວໍ ຍັງໃຫ້ຮູ້ອີກວ່າ: ສຳລັບແຜນພັດທະນາໃນຕໍ່ໜ້າຈະຂະຫຍາຍເນື້ອທີ່ສວນຕື່ມເພື່ອປູກພືດຜັກເຮືອນຮົ່ມປອດສານພິດ ໄວ້ບໍລິໂພກ ແລະ ຈຳໜ່າຍຂາຍຕາມທ້ອງຕະຫລາດພາຍໃນແຂວງສະຫວັນນະເຂດ ແລະ ແຂວງໃກ້ຄຽງຕື່ມອີກ.

(ແຫລ່ງຂ່າວຈາກແຂວງສະຫວັນນະເຂດ)
KPL