ໄຂກອງປະຊຸມສຸດຍອດອູ່ເຈິ້ນ ວ່າດ້ວຍ ອິນເຕີເນັດໂລກ 2025

07/11/2025 14:36
ຂປລ ກອງປະຊຸມ ສຸດຍອດ ອູ່ເຈິ້ນ ວ່າດ້ວຍ ອິນເຕີເນັດໂລກ 2025 ໄດ້ຈັດຂຶ້ນຢູ່ ເມືອງອູ່ເຈິ້ນ ແຂວງເຈີ້ຈ່ຽງ ຂອງ ສປ ຈີນ ໃນວັນທີ 7 ພະຈິກນີ້. ກອງປະຊຸມຄັ້ງນີ້ ພາຍໃຕ້ ຫົວຂໍ້ “ຮ່ວມກັນ ສ້າງອະນາຄົດ ແຫ່ງປັນຍາປະດິດ ດີຈີຕອນ ທີ່ຮ່ວມ ມືກັນ ແບບເປີດກວ້າງ, ປອດໄພ ແລະ ຊ່ວຍເຫລືອກັນ, ເກາະແຂນກັນ ສ້າງປະຊາຄົມ ຮ່ວມຊາຕາກຳ ຂອງພື້ນທີ່ ອິນເຕີເນັດ”.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ສຸດຍອດ ອູ່ເຈິ້ນ ວ່າດ້ວຍ ອິນເຕີເນັດໂລກ 2025 ໄດ້ຈັດຂຶ້ນຢູ່ ເມືອງອູ່ເຈິ້ນ ແຂວງເຈີ້ຈ່ຽງ ຂອງ ສປ ຈີນ ໃນວັນທີ 7 ພະຈິກນີ້. ກອງປະຊຸມຄັ້ງນີ້ ພາຍໃຕ້ ຫົວຂໍ້ຮ່ວມກັນ ສ້າງອະນາຄົດ ແຫ່ງປັນຍາປະດິດ ດີຈີຕອນ ທີ່ຮ່ວມມືກັນ ແບບເປີດກວ້າງ, ປອດໄພ ແລະ ຊ່ວຍເຫລືອກັນ, ເກາະແຂນກັນ ສ້າງປະຊາຄົມ ຮ່ວມຊາຕາກຳ ຂອງພື້ນທີ່ອິນເຕີ ເນັດ”.ໃນໄລຍະດຳເນີນ ກອງປະຊຸມດັ່ງກ່າວ ຈະຈັດກອງປະຊຸມຍ່ອຍ 24 ຄັ້ງ ໂດຍປິ່ນອ້ອມ ບຣອກເຊນ ຫລື BT, ກະສິກຳ ອັດສະລິຍະ, ປັນຍາປະດິດ ແລະ ເຕັກໂນໂລຊີ ລ້ຳຍຸກອື່ນໆ, ຂະຫຍາຍ ຫົວຂໍ້ ຂອງກອງປະຊຸມ ທີ່ພຽງແຕ່ກ່ຽວພັນກັບ ຂົງເຂດ ອິນເຕີເນັດ ໄປສູ່ຂອບເຂດ ທີ່ເຊື່ອມໂຍງກັບເສດຖະກິດ ຕົວຈິງ ທີ່ເປັນສິນຄ້າຮູບປະທຳ ຫລື Real economy ແລະ ເຕັກໂນໂລຊີ ວິທະຍາສາດ ລ້ຳຍຸກຢ່າງກວ້າງຂວາງກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top