ການເຄື່ອນໄຫວ ຮ່ວມກັນຊົມໃຊ້ຕະຫລາດໃຫຍ່ ສົ່ງອອກສິນຄ້າໄປ ສປ ຈີນ

07/11/2025 14:15
ຂປລ ກະ​ຊວງ​ການ​ຄ້າ​ຈີນ​ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃໝ່ ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ຊົມ​ໃຊ້​ ຕະຫລາດ​ໃຫຍ່·ສົ່ງ​ອອກ​ສິນ​ຄ້າ​​ໄປ ສປຈີນ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນ​ກອງ​ປະ​ຊຸມ ຖະ​ແຫລງ​ຂ່າວ ​ຂອງ​ກະ​ຊວງ​ ການ​ຄ້າ​ຈີນ ​ທີ່​ຈັດ​ຂຶ້ນ​ ໃນວັນ​ທີ6 ພະ​ຈິກ​ນີ້, ໂຄ​ສົກ​ກະ​ຊວງ​ ການ​ຄ້າ​ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ: ກະ​ຊວງ​ການ​ຄ້າ​ຈີນ​ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃໝ່ ພາຍ​ໃຕ້​ຫົວ​ຂໍ້ຮ່ວມ​ກັນ​ຊົມ​ໃຊ້​ ຕະຫລາດ​ໃຫຍ່·ສົ່ງ​ອອກ​ສິນ​ຄ້າ​​ໄປ ສປຈີນ”, ໂດຍ​ຈະ​ຈັດ​ກິດ​ຈະ​ກຳ​ ຮ້ອຍກວ່າຄັ້ງ​​ ທີ່​ປິ່ນ​ອ້ອມ 10 ຫົວ​ຂໍ້​ໃຫຍ່ ​ໃນ​ແຕ່​ລະປີ. ທ່ານ ​ເຫີ​ຢ້າ​ຕົ່ງ ໂຄ​ສົກ​ກະ​ຊວງ ​ການ​ຄ້າ​ຈີນ ​ໃຫ້​ຮູ້​ວ່າ:  ການທີ່​ຈັດ​​ຕັ້ງ ການ​ເຄື່ອນ​ໄຫວ ຮ່ວມ​ກັນ​ຊົມ​ໃຊ້​ ຕະຫລາດ​ໃຫຍ່ ສົ່ງ​ອອກ​ສິນ​ຄ້າ​ໄປ​ ສປ ຈີນ​ໄດ້​ສະ​ແດງ​ ໃຫ້​ເຫັນ​ເຖິງ ​ຕະຫລາດ ​ຂະ​ໜາດ​ໃຫຍ່​ພິ​ເສດ​ຂອງ​ ສປ ຈີນ​ ຈະສ້​າງ​ໂອ​ກາດ ​ໂດຍ​ຕະຫລອດ. ສປ ຈີນ​ ຈະ​ເປີດ​ປະ​ຕູ ​ສູ່​ພາຍນອກ​ ນັບ​ມື້​ ນັບ​ກວ້າງ​ອອກ, ຍິນ​ດີ​ຕ້ອນ​ຮັບ ​ປະ​ເທດ​ຕ່າງໆ​ ໃນ​ໂລກ​ຮ່ວມ​ມື​ກັບ​ ສປ ຈີນ, ຮ່ວມ​ກັ​ນ​ຊົມ​ໃຊ້​ໂອ​ກາດ ແລະ ພັດ​ທະ​ນາ​ ໄປ​ພ້ອມ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top