ກອງປະຊຸມສ້າງຕັ້ງກົນໄກ “ຄູ່ຮ່ວມສື່ມວນຊົນ ເຂດໂລກໃຕ້”

07/11/2025 14:22
ຂປລ ກອງ​ປະ​ຊຸມ ​ສ້າງ​ຕັ້ງ​ກົນ​ໄກ “ຄູ່​ຮ່ວມ​ສື່ມວນ​ຊົນ ​ເຂດ​ໂລກ​ໃຕ້” ກໍ​ຄື ກອງ​ປະ​ຊຸ​ມ​ເວ​ທີ ​ປຶກ​ສ​າ​ຫາ​ລື ​ສື່ມວນ​ຊົນ​ ວິ​ດີ​ໂອ​ທົ່ວ​ໂລກ ​ຄັ້ງ​ທີ 13 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊີ​ອານ ແຂວງ​ສ້ານ​ຊີ ສ​ປ​ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 6 ພະ​ຈິກ​ນີ້, ກອງ​ປະ​ຊຸມ ​ສ້າງ​ຕັ້ງ​ກົນ​ໄກຄູ່​ຮ່ວມ​ສື່ມວນ​ຊົນ ​ເຂດ​ໂລກ​ໃຕ້ກໍ​ຄື ກອງ​ປະ​ຊຸ​ມ​ເວ​ທີ ​ປຶກ​ສ​າ​ຫາ​ລື ​ສື່ມວນ​ຊົນ​ ວິ​ດີ​ໂອ​ທົ່ວ​ໂລກ ​ຄັ້ງ​ທີ 13 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊີ​ອານ ແຂວງ​ສ້ານ​ຊີ ສ​ປ​ ຈີນ. ທ່ານ​ ອາ​ຊິ​ຟ ອາ​ລີ ຊາ​ດາ​ຣີ ປະ​ທາ​ນາ​ທິ​ບໍ​ດີ ​ປາ​ກິດ​ສະ​ຖານ, ທ່ານ​ ອາ​ນູ​ຣາ ກູ​ມາ​ຣາ ດິ​ສຊາ​ນາ​ຢາ​ເກ ປະ​ທາ​ນາ​ທິ​ບໍ​ດີ ​ສີ​ລັງ​ກາ ແລະ ທ່ານ​ ຢາ​ມານ​ດູ ອໍ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ ອູຣູກວາຍ ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງກອງ​ປະ​ຊຸມ ແລະ ອວຍ​ພອນ​ໃຫ້​ກອງ​ປ​ະ​ຊຸມ​ຄັ້ງ​ນີ້ ໄດ້ຮັບຜົນສຳ​ເລັດ​ ຢ່າງຈົບງາມ. ກອງປະຊຸມດັ່ງກ່າວ ​ມີ​ເຈົ້າ​ໜ້າ​ທີ່​ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ອົງ​ການ​ສື່ມວນ​ຊົນ​ຈາກ 40 ປະ​ເທດ ແລະ ເຂ​ດ​ແຄວ້ນ, ແຂກ​ຜູ້​ມີ​ກຽດ ແລະ ທູ​ຕາ​ນຸ​ທູດ​ ຕ່າງ​ປະ​ເທດ​ ປະ​ຈຳ​ຈີນ 300 ກວ່າ​ຄົນ​ເຂົ້າ​ຮ່ວມ ແລະ ໄດ້​ເປັນ​ສັກ​ຂີ​ພິ​ຍານ ​ໃຫ້​ແກ່ ​ການ​ປະກາດ ​ຜົນ​ການ​ຮ່ວມ​ມື​ ດ້ານ​ສື່ມວນ​ຊົນ ຫລາຍ​ໂຄງ​ການ. ຈາກນັ້ນ ທ່ານ​ ເຊິ້ນ​ໄຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ ​ວິ​ທະ​ຍຸ-​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ກ່າວ​ວ່າ: ໂລກ​ປັດ​ຈຸ​ບັນ​ ໄດ້​ກ້າວ​ເຂົ້າ​ສູ່​ ໄລ​ຍະທີ່​ປັ່ນ​ປ່ວນ ແລະ ປ່ຽ​ນ​ແປງ​ໃໝ່, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີຂໍ້​ລິ​ເລີ່ມ​ການ​ບໍ​ລິ​ຫານ​ທົ່ວ​ໂລກເຊິ່ງ​ໄດ້​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ ​ຕ້ອງ​ການ​​ຮີບ​ດ່ວນ​ທີ່​ສຸດ ​ຂອງ​ບັນ​ດາ​ປະ​ເທດ​ ເຂດ​ໂລກ​ໃຕ້. CMG ໄດ້​ລິ​ເລີ່ມ​ສ້າງ​ຕັ້ງກົນ​ໄກ ຄູ່​ຮ່ວມ​ສື່ມວນ​ຊົນ ​ເຂດ​ໂລກ​ໃຕ້ເພື່ອ​ຮ່ວມ​​ກັບ ​ສື່​ມວນ​ຊົນ​ຈີນ ແລະ ຕ່າງ​ປະ​ເທດ ​ຄົ້ນ​ຄວ້າ ປຶກສາ​ຫາ​ລື​ ກ່ຽວກັບໜ້າ​ທີ່​ຂອງ​ສື່​ມວນ​ຊົນ ​ໃນ​ການ​ບໍ​ລິ​ຫານ​ທົ່ວ​ໂລກ. CMG ຍິນ​ດີ​ກຳ​ໂອ​ກາດ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ ກັບ​ຄູ່​ຮ່ວມ​ສື່ມວນ​ຊົນ​ເຂດ​ໂລກ​ໃຕ້, ປະ​ກອບ​ສ່ວນ ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ວັງ​ຊາ​ຂອງ​ສື່ມວນ​ຊົນ ເພື່ອ​ສ້າງ​ລະ​ບຽບ​ໂລກ ທີ່​ຍຸ​ຕິ​ທຳ, ກວ​ມ​ລວມ ແລະ ດີ​ງາມກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top