ຂປລ
ກອງປະຊຸມ ອົງການ ເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະ ປະຊາຊາດ ຫລື ອຸຍແນັສໂກ ຄັ້ງທີ 43 ໄດ້ຮັບຮອງເອົາມະຕິ ໂດຍ ປະກາດວ່າ ໄດ້ກຳນົດເອົາ ວັນທີ 21 ມີນາຂອງແຕ່ລະປີ ເປັນ “ວັນມວຍໄທເກັກສາກົນ”. ຫົວຂໍ້ນີ້ ແມ່ນ ສປ ຈີນ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສະໜັບ ສະໜູນຢ່າງເປັນເອກະພາບກັນ ຈາກບັນດາປະ ເທດ ທີ່ເຂົ້າຮ່ວມ ກອງປະຊຸມຄັ້ງນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ອົງການ ເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະ ປະຊາຊາດ ຫລື ອຸຍແນັສໂກ ຄັ້ງທີ 43 ໄດ້ຮັບຮອງເອົາມະຕິ ໂດຍ ປະກາດວ່າ ໄດ້ກຳນົດເອົາ ວັນທີ 21 ມີນາຂອງແຕ່ລະປີ ເປັນ “ວັນມວຍໄທເກັກສາກົນ”. ຫົວຂໍ້ນີ້ ແມ່ນ ສປ ຈີນ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການສະໜັບ ສະໜູນຢ່າງເປັນເອກະພາບກັນ ຈາກບັນດາປະ ເທດ ທີ່ເຂົ້າຮ່ວມ ກອງປະຊຸມຄັ້ງນີ້. ໃນມະຕິດັ່ງກ່າວ ໄດ້ລະບຸວ່າ: ວັນທີ 21 ມີນາພໍດີກົງກັບ ວະສັນຕະວິສຸວັດ ເຊິ່ງສື່ເຖິງ ແນວຄິດແຫ່ງຄວາມດຸນດ່ຽງ ແລະ ຄວາມກົມກຽວກັນ ຂອງມວຍໄທເກັກ. ມວຍ ໄທເກັກ ໃນຖານະ ເປັນການເຄື່ອນໄຫວກິລາ ທີ່ມີມາ ແຕ່ສະໄໝບູຮານ ແລະ ເປັນມໍລະດົກ ວັດທະນະທຳ ທີ່ບໍ່ແມ່ນວັດຖຸຢ່າງໜຶ່ງ ໄດ້ເສີມຂະຫຍາຍບົດບາດ ອັນຕັ້ງໜ້າ ໃນການເສີມສ້າງ ສຸຂະ ພາບ ກໍຄື ຄວາມສຸກ ຂອງມວນມະນຸດ, ສົ່ງເສີມຄວາມກົມກຽວກັນ ແລະ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນສັງຄົມ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນແລະກັນ ພ້ອມ ດ້ວຍ ການສ້າງສັນຕິພາບ. ມວຍໄທເກັກ ໄດ້ຖືກບັນທຶກເຂົ້າໃນ “ບັນຊີລາຍຊື່ ຕົວແທນມໍລະດົກ ວັດທະນະທຳ ທີ່ບໍ່ແມ່ນວັດຖຸ ຂອງມວນມະນຸດ” ຂອງອົງການ ອຸຍແນັສໂກ ໃນປີ 2020, ແມ່ນຮູບ ແບບ ການຫັດກາຍ ບໍລິຫານ ດັ້ງເດີມ ທີ່ມີຜົນດີຕໍ່ ສຸຂະພາບທາງຈິດ ແລະ ທາງກາຍຂອງ ສປ ຈີນ. ແນວຄິດໃຈກາງຂອງມວຍໄທເກັກ ແມ່ນຄວາມດຸນດ່ຽງກັນ, ສະຫງົບສັນຕິ, ຢູ່ຮ່ວມກັນຢ່າງ ກົມກຽວ ແລະ ເຄົາລົບນັບຖື ເຊິ່ງກັນແລະກັນ ໄດ້ສອດຄ່ອງກັບ ຈຸດປະສົງ ແລະ ພາລະກິດ ຂອງອົງການອຸຍແນັສໂກ ທີ່ວ່າ “ສ້າງສິ່ງກຳບັງ ແຫ່ງການປົກປັກຮັກສາ ສັນຕິພາບ ໃນແນວຄິດ ຂອງຄົນ” ໃນລະດັບ ສູງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL