ຂປລ
                                                            ທ່ານ ຕົງຈວິ່ນ ລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ ທີ່ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຢູ່ມາເລເຊຍ ໄດ້ພົບປະ ເຈລະຈາ ກັບ ທ່ານ ປີເຕີ ບຣານ ເຮັກ ເຊສ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ສ.ອາເມລິກາ.
                                                        
                                                        
                                                        
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 31 ຕຸລານີ້, ທ່ານ ຕົງຈວິ່ນ ລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ ທີ່ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຢູ່ມາເລເຊຍ ໄດ້ພົບປະ ເຈລະຈາ ກັບ ທ່ານ ປີເຕີ ບຣານ ເຮັກ ເຊສ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ສ.ອາເມລິກາ. ທ່ານ ຕົງຈວິ່ນ ກ່າວວ່າ: ພາກສ່ວນປ້ອງກັນປະເທດ ທັງສອງຝ່າຍ ຄວນຈັດຕັ້ງປະຕິບັດ ຄວາມເຫັນ ທີ່ເປັນເອກະພາບ ສຳຄັນ ຂອງປະມຸກລັດ ທັງສອງປະເທດ ສປ ຈີນ-ສ.ອາເມລິກາ ເພີ່ມທະວີ ການແລກປ່ຽນ ຍຸດທະສາດ ແລະ ການສົນທະນາ ດ້ານນະໂຍບາຍລະຫວ່າງການນຳຂັ້ນສູງ, ຊຸກຍູ້ການແລກປ່ຽນ ລະຫວ່າງ ນາຍ ແລະ ພົນທະຫານ ເປັນຢ່າງດີ, ສ້າງການພົວພັນ ລະຫວ່າງກອງທັບ ຂອງສອງປະເທດ ທີ່ສະເໝີພາບກັນ ແລະ ເຄົາລົບນັບຖື ເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນ ໂດຍສັນຕິ ແລະ ມີຄວາມໝັ້ນທ່ຽງ. ພ້ອມທັງ ກ່າວເນັ້ນໜັກວ່າ ການທ້ອນໂຮມ ສອງຝັ່ງຊ່ອງແຄບ ໄຕ້ຫວັນ ເຂົ້າເປັນເອກະພາບກັນແມ່ນທ່າອ່ຽງລວມ ທາງປະຫວັດສາດ, ສ.ອາເມລິກາ ຄວນລະມັດລະວັງ ໃນດ້ານຖ້ອຍຄວາມ ແລະ ການກະທຳຂອງຕົນ, ຄັດຄ້ານການ “ແບ່ງແຍກໄຕ້ຫວັນ ເປັນເອກະລາດ”, ປະຕິບັດຕົວ ຈິງຕາມການສະແດງ ທ່າທີຂອງຕົນ ທີ່ບໍ່ສະກັດກັ້ນ ການພັດທະນາຂອງ ສປ ຈີນ ແລະ ບໍ່ສະແຫວງຫາ ການປະທະກັນ. ໂດຍທັງ ສອງຝ່າຍ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ບັນຫາ ທີ່ມີຄວາມສົນໃຈ ຮ່ວມກັນ./.
 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
                                                        KPL