ສ.ອາເມລິກາ-ມາເລເຊຍ ລົງນາມຂໍ້ຕົກລົງ ການຄ້າແຮ່ທາດ

27/10/2025 19:56
ຂປລ ສ.ອາເມລິກາ ແລະ ມາເລເຊຍ ໄດ້ລົງນາມ ຂໍ້ຕົກລົງ ການຄ້າ ຄັ້ງສຳຄັນ ເຊິ່ງເປັນການ ເປີດທາງ ໃຫ້ສ.ອາເມລິກາ ສາມາດເຂົ້າເຖິງ ແຫລ່ງແຮ່ຫາຍາກ ຂອງ ມາເລເຊຍ ໄດ້ຫລາຍຂຶ້ນ.

ຂປລ. ສຳນັກຂ່າວ ຕ່າງປຜະເທດ ລາຍງານ ຈາກນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ເມື່ອວັນທີ 26 ຕຸລາ, ສ.ອາເມລິກາ ແລະ ມາເລເຊຍ ໄດ້ລົງນາມ ຂໍ້ຕົກລົງ ການຄ້າ ຄັ້ງສຳຄັນ ເຊິ່ງເປັນການ ເປີດທາງ ໃຫ້ສ.ອາເມລິກາ ສາມາດເຂົ້າເຖິງ ແຫລ່ງແຮ່ຫາຍາກ ຂອງ ມາເລເຊຍ ໄດ້ຫລາຍຂຶ້ນ. ສ່ວນມາເລເຊຍ ໄດ້ໃຫ້ຄໍາໝັ້ນສັນຍາ ບໍ່ຈຳກັດ ການສົ່ງອອກ ແຮ່ທາດສຳຄັນ ເພື່ອແລກກັບ ການຮັບຮອງ ການເກັບພາສີ 19% ຈາກ ສ.ອາເມລິກາ.

ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ແລະ ທ່ານ ອັນວາຣ ອີມບຣາຮີມ ນາຍົກ ລັດຖະມົນຕີ ມາເລເຊຍ ໄດ້ລົງນາມ ຂໍ້ຕົກລົງ ດ້ານການຄ້າ ໃນລະຫວ່າງ ກອງປະຊຸມ ສະມາຄົມ ປະຊາຊາດ ແຫ່ງອາຊີຕາເວັນອອກ ສຽງໃຕ້ (ອາຊຽນ) ຢູ່ນະຄອນຫລວງ ກົວລາລຳເປີ ເພື່ອຈະຊ່ວຍ ເພີ່ມໂອກາດ ໃຫ້ແກ່ ສ.ອາເມລິກາ ໃນການ ເຂົ້າເຖິງແຫລ່ງແຮ່ຫາຍາກ ຢູາໃນມາເລເຊຍ.

ນອກນັ້ນ, ມາເລເຊຍ ຍັງໃຫ້ຄຳໝັ້ນ ສັນຍາວ່າ ຈະເວັ້ນການຫ້າມ ຫລື ກຳນົດ ໂຄວຕ້າ ໃນການ ສົ່ງອອກ ແຮ່ທາດສຳຄັນ ໄປຍັງ ສ.ອາເມລິກາ . ສ່ວນສ.ອາເມລິກາ ຈະຕົກລົງ ຮັບຮອງ ການເກັບພາສີ ຕ່າງຕອບແທນ ໃນອັດຕາ 19% ສຳລັບ ສິນຄ້າ ມາເລເຊຍ ຢ່າງເປັນທາງການ./

 

KPL

ຂ່າວອື່ນໆ

ads
ads

Top