ຂປລ
ຂໍ້ມູນ ຢ່າງເປັນທາງການ ຊີ້ໃຫ້ເຫັນວ່າ ໂຮງໝໍ ຢູ່ຍີ່ປຸ່ນ ຫລາຍກວ່າ 80% ໄດ້ປະສົບກັບ ພາວະການຂາດທຶນ ໃນສົກປີ ງົບປະມານ 2024.
ຂປລ.ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 1 ຕຸລາວ່າ: ຂໍ້ມູນ ຢ່າງເປັນທາງການ ຊີ້ໃຫ້ເຫັນວ່າ ໂຮງໝໍ ຢູ່ຍີ່ປຸ່ນ ຫລາຍກວ່າ 80%ໄດ້ປະສົບກັບ ພາວະການຂາດທຶນ ໃນສົກປີ ງົບປະມານ 2024.
ໂດຍ ກະຊວງ ກິດຈະການ ພາຍໃນ ຂອງ ຍີ່ປຸ່ນ ໄດ້ເປີດເຜີຍ ບົດລາຍງານ ທີ່ ລະບຸວ່າ ໂຮງໝໍລັດ ປະມານ 83,3% ຂອງປະເທດ ປະສົບກັບພາວະ ຂາດທຶນລວມມີ395.000 ລ້ານເຢນ ໃນສົກປີງົບປະມານ 2024. ຊຶ່ງອັດຕາສ່ວນ ຂອງ ໂຮງໝໍ ທີ່ປະສົບກັບ ພາວະຂາດທຶນ ແລະ ມູນຄ່າການຂາດລົງທຶນ ລ້ວນແຕ່ສູງ ເປັນປະຫວັດສາດ.
ໃນຂະນະທີ່ ຕົ້ນທຶນແຮງງານທີ່ສູງຂຶ້ນ ລວມທັງ ລາຄາຢາ ແລະ ຜະລິດຕະພັນອື່ນໆ ເປັນປັດໄຈທີ່ສົ່ງຜົນໃຫ້ໂຮງໝໍທົ່ວປະເທດຍີ່ປຸ່ນ ຕ້ອງຜະເຊີນກັບ ສະຖານະການທາງການເງິນຢ່າງຮ້າຍແຮງ.
ສະຖານະການ ດ້ານການເງິນຂອງໂຮງໝໍລັດ ຂອງຍີ່ປຸ່ນ ຢູ່ໃນພາວະເກີນດຸນ 325.000 ລ້ານເຢນ ໃນສົກປີງົບປະມານ 2021ຍ້ອນວ່າ ໂຄງການເງິນໜູນຊ່ວຍ ຂອງລັດຖະບານ ໃນໄລຍະ ການແຜ່ລະບາດ ຂອງ ພະຍາດ ໂຄວິດ-19.ກ່ອນທີ່ ຈະຜະເຊີນກັບ ບັນຫາທາງການເງິນ ທີ່ຮ້າຍແຮງຂຶ້ນ ນັບແຕ່ ສົກປີງົບປະມານ 2023ເນື່ອງຈາກຄ່າແຮງງານ ແລະ ອຸປະກອນເພີ່ມຂຶ້ນ ຫລາຍກວ່າລາຍຮັບ ຈາກການບໍລິການແພດ./
KPL