ສາຍການບິນຫວຽດເຈັດ ສະຫລອງການຮັບເຮືອບິນ Boeing 737-8 ລໍາທໍາອິດ

23/09/2025 11:20
ຂປລ ສາຍການບິນຫວຽດເຈັດ (Vietjet) ໄດ້ສະເຫລີມສະຫລອງການຮັບເຮືອບິນ Boeing 737-8 ລໍາທໍາອິດ ຈາກການສັ່ງຊື້ທັງໝົດ 200 ລຳ ມູນຄ່າ 32 ຕື້ໂດລາສະຫະລັດ ກັບບໍລິສັດຜູ້ຜະລິດເຮືອບິນຊັ້ນນຳຂອງໂລກ.

ຂປລ. ສາຍການບິນຫວຽດເຈັດ (Vietjet) ໄດ້ສະເຫລີມສະຫລອງການຮັບເຮືອບິນ Boeing 737-8 ລໍາທໍາອິດ ຈາກການສັ່ງຊື້ທັງໝົດ 200 ລຳ ມູນຄ່າ 32 ຕື້ໂດລາສະຫະລັດ ກັບບໍລິສັດຜູ້ຜະລິດເຮືອບິນຊັ້ນນຳຂອງໂລກ. ພິທີສົ່ງມອບໄດ້ຈັດຂຶ້ນທີ່ສູນສົ່ງມອບເຮືອບິນຂອງ Boeing ທີ່ເມືອງ Seattle, ລັດ Washington, ສະຫະລັດອາເມລິກາ, ໂດຍມີ ທ່ານ Luong Cuong  ປະທານປະເທດແຫ່ງ ສສ ຫວຽດນາມ, ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງຈາກທັງສອງປະເທດ ແລະ ຄູ່ຮ່ວມທຸລະກິດເຂົ້າຮ່ວມ.

ພິທີດັ່ງກ່າວຈັດຂຶ້ນພ້ອມກັບການສະເຫລີມສະຫລອງຄົບຮອບ 30 ປີ ຂອງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ສະຫະລັດອາເມລິກາ ເຊິ່ງເປັນການຢືນຢັນເຖິງບາດກ້າວອັນສຳຄັນຂອງການຮ່ວມມືທີ່ເພີ່ມຂຶ້ນລະຫວ່າງ Vietjet ແລະ Boeing ແລະ ເປັນສັນຍາລັກຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjet  ໃນການຂະຫຍາຍເຄືອຂ່າຍສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາການບິນຢ່າງຍືນຍົງໃນພາກພື້ນ ແລະ ທົ່ວໂລກ. ໃນພິທີດັ່ງກ່າວ, ທ່ານ ດຣ. Nguyen Thi Phuong Thao, ປະທານຄະນະກຳມະການຂອງ Vietjet, ໄດ້ກ່າວວ່າ: ເຮືອບິນ Boeing ລຳທຳອິດນີ້ ເປັນຜົນມາຈາກການຮ່ວມມືເກືອບໜຶ່ງທົດສະວັດລະຫວ່າງ Boeing ແລະ Vietjet . ມັນເປັນການເລີ່ມຕົ້ນຂອງການສົ່ງມອບອີກຫລາຍຮ້ອຍລຳໃນຊຸມປີຂ້າງໜ້າ. ບາດກ້າວສໍາຄັນນີ້ຈະຊ່ວຍເສີມສ້າງການຄ້າສອງຝ່າຍ, ເປັນສັນຍາລັກຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ-ສະຫະລັດອາເມລິກາ ແລະ ສະແດງເຖິງຄວາມມຸ່ງຫວັງຮ່ວມກັນຂອງພວກເຮົາທີ່ຈະກ້າວສູ່ຄວາມສຳເລັດໃໝ່ໃນວົງການການບິນ. ນອກຈາກນີ້, ມັນຍັງກໍ່ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງຕໍ່ເສດຖະກິດຂອງທັງສອງປະເທດ ແລະ ສ້າງວຽກເຮັດງານທຳຫລາຍຂຶ້ນໃຫ້ແກ່ປະຊາຊົນ. ພ້ອມນີ້, ທ່ານນາງ Stephanie Pope, ປະທານ ແລະ ຫົວໜ້າບໍລິຫານຂອງ Boeing Commercial Airplanes, ກ່າວວ່າ: ໃນນາມທີມງານ Boeing, ພວກເຮົາມີກຽດທີ່ໄດ້ຮ່ວມສະເຫລີມສະຫລອງເຮືອບິນ Boeing ລຳທຳອິດຂອງ Vietjet. ເຮືອບິນລຸ້ນ 737-8 ຈະສະໜັບສະໜູນການຂະຫຍາຍເຄືອຂ່າຍຂອງສາຍການບິນ, ເປີດເສັ້ນທາງໃໝ່ເພື່ອບໍລິການອາຊີຕາເວັນອອກສຽງໃຕ້ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໜຶ່ງໃນສາຍການບິນລຸ້ນໃໝ່ທີ່ມີຄວາມເຄື່ອນໄຫວທີ່ສຸດໃນພາກພື້ນ.

ເຮືອບິນລຳໃໝ່ນີ້, ພ້ອມກັບອີກຫລາຍຮ້ອຍລຳທີ່ຈະຖືກສົ່ງມອບໃນຊຸມປີຂ້າງໜ້າ, ຈະຖືກນຳໃຊ້ໃນເສັ້ນທາງບິນທີ່ມີຄວາມຕ້ອງການສູງຂອງ Vietjet ເພື່ອຍົກລະດັບປະສົບການການເດີນທາງໃຫ້ແກ່ຜູ້ໂດຍສານຫລາຍລ້ານຄົນ. ສໍາລັບນັກເດີນທາງຈາກ ສປປ ລາວ, ສາຍການບິນນີ້ໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ.

KPL

ຂ່າວອື່ນໆ

ads
ads

Top