ລາວ-ຈີນ ແລກປ່ຽນການສົ່ງເສີມການລົງທຶນ

12/03/2026 09:54
Email Print 19222
ຂປລ ຄະນະຜູ້ແທນກະຊວງການເງິນ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ສໍານັກງານສົ່ງເສີມການລົງທຶນ (Invest HK) ເຂດປົກຄອງພິເສດຮົງກົງ, ສປ ຈີນ.

      ຂປລ.  ເພື່ອຫາລືແລກປ່ຽນປະສົບການ ໃນການສົ່ງ ເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສຶກສາແລກປ່ຽນ ການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍ ພັນທະຄ່າທໍານຽມ ໃຫ້ແກ່ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່.

     ການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນປຶກສາຫາລືແລກປ່ຽນ ແນວທາງການຈັດຕັ້ງປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອ່ືນໆ ຊຶ່ງຖືເປັນອີກເວທີໜຶ່ງໃນການຊຸກຍູ້ສ່ົງເສີມຜັນຂະຫຍາຍການຮ່ວມມືໃນການລົງທຶນທາງດ້ານການເງິນ ແລະ ສົ່ງເສີມຕະຫລາດຄໍາ ອອກສູ່ຕະຫລາດສາກົນ, ສຶກສາແລກປ່ຽນນະໂຍບາຍການຊ້ື-ຂາຍຄໍາໃນຕະຫລາດສາກົນ, ການຊໍາລະສະສາງຕ່າງໆ ແລະ ສາງຄວາມປອດໄພໃນການເກັບຮັກສາຄໍາ.

     ຜົນໄດ້ຮັບໃນການປຶກສາຫາລືແລກປ່ຽນບົດຮຽນຄັ້ງນີ້, ເຫັນວ່າສໍານັກງານສົ່ງເສີມການລົງທຶນ ເປັນອົງການໜຶ່ງທີ່ສໍາຄັນຂອງລັດຖະບານເຂດປົກຄອງພິເສດຮົງກົງ ສປ ຈີນ ທີ່ເຮັດໜ້າທີ່ເປັນຜູ້ຊຸກຍູ້ສົ່ງເສີມນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງເປັນຜູ້ຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ເພື່ອສ້າງລາຍຮັບ ແລະ ຜົນປະໂຫຍດອັນສູງສຸດໃຫ້ແກ່ລັດຖະບານ ເຂດປົກຄອງພິເສດຮົງກົງ ສປ ຈີນ. ໃນນັ້ນ, ສາມາດສຶກສາໄດ້ວ່າເຂດປົກຄອງພິເສດຮົງກົງ ສປ ຈີນ ເປັນສູນລວມທາງດ້ານການເງິນ ແລະ ການລົງທຶນສາກົນເປັນປະຕູດ່ານໜ້າເຂົ້າສູ່ຕະຫລາດສາກົນ ທີ່ມີບັນດາບໍລິສັດໃຫຍ່ໆຈາກທົ່ວໂລກ ໃຫ້ຄວາມສໍາຄັນໃນການລົງທຶນໃນຂົງເຂດການເງິນ ແລະ ຕະຫລາດຄໍາສາກົນ ແລະ ເຫັນວ່າເປັນບາດກ້າວອັນສໍາຄັນ ໃນການສ້າງຜົນປະໂຫຍດໃຫ້ແກ່ ສປປ ລາວ ແລະ ສາມາດຜັນຂະຫຍາຍການຮ່ວມມື ຊຸກຍູ້ສົ່ງເສີມການລົງທຶນໃນຂະແໜງການເງິນ, ຂະແໜງອຸດສາຫະກໍາຄໍາ, ການເງິນສີຂຽວ, ພັນທະບັດສີຂຽວ, ສິນເຊື່ອກາກບອນ ແລະ ບັນດາຂະແໜງການອື່ນໆ ຢູ່ ສປປ ລາວ ໃນອານະຄົດຂ້າງໜ້າ.ໃນໂອກາດດຽວກັນ, ທ່ານລັດ ຖະມົນຕີກະຊວງການເງິນ ຍັງໄດ້ພົບປະກັບບັນດາສະຖາບັນການເງິນ ສໍາຄັນຂອງເຂດປົກຄອງພິເສດຮົງກົງ ສປ ຈີນ ຈຳນວນໜຶ່ງຕື່ມອີກ.

ຂ່າວ: ກະຊວງການເງິນ

KPL

ຂ່າວອື່ນໆ

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

    • ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີເສດຖະກິດ

      ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

      9/8/2026 10:21:13 AM

      ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.

    • ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບເສດຖະກິດ

      ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ

      9/8/2026 10:14:34 AM

      ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ/LNCCI) ຈັດກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາບົດແນະນຳແຫ່ງຊາດ ວ່າດ້ວຍການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (Responsible Business Conduct-RBC) ໃນ ສປປ ລາວ ເພື່ອເປີດເວທີໃຫ້ຜູ້ຕາງໜ້າຈາກພາກລັດ, ອົງກອນຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ສະມາຄົມທຸລະກິດ, ວິສາຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອເສີມສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບ RBC.

    • ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງເສດຖະກິດ

      ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ

      9/4/2026 9:54:47 PM

      ກອງປະຊຸມຄະນະຊີ້ນຳລວມ ການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ມີຜູ້ຕາງໜ້າຈາກບັນດາກະຊວງ-ຂະແໜງການ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ທະນາຄານພັດທະນາອາຊີ (ADB) ເຂົ້າຮ່ວມ.

    • ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້ເສດຖະກິດ

      ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້

      9/4/2026 9:48:34 PM

      ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 (Made in Laos 2026) ຈະຈັດຂຶ້ນໃນລະຫວ່າງວັນທີ 3-11 ຕຸລາ 2026 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວ ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້ ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ມີຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຜູ້ປະກອບການ, ບໍລິສັດ, ຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top