ທະນາຄານໂລກ-ທະນາຄານ ພັດທະນາອາຊີ ຈ່າຍເງິນກ 12 ຕື້ກວ່າໂດລາສະຫະລັດ ໃຫ້ໂຄງການສີຂຽວໃນອາຊຽນ

08/09/2025 21:19
Email Print 423
ຂປລ ທະນາຄານໂລກ (WB) ແລະ ທະນາຄານ ພັດທະນາ ອາຊີ (ADB) ຈະສະໜອງເງິນ ຈຳນວນ 12,5 ຕື້ໂດລາສະຫະລັດ ໃຫ້ແກ່ ອາຊຽນ ເພື່ອຜັນຂະຫຍາຍ ບັນດາໂຄງການສີຂຽວ ໃນພາກພື້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້,  ທະນາຄານໂລກ (WB)  ແລະ ທະນາຄານ ພັດທະນາ ອາຊີ (ADB) ຈະສະໜອງເງິນ ຈຳນວນ 12,5 ຕື້ໂດລາສະຫະລັດ ໃຫ້ແກ່ ອາຊຽນ ເພື່ອຜັນຂະຫຍາຍ ບັນດາໂຄງການສີຂຽວ ໃນພາກພື້ນ.ໃນບ້ວງເງິນນີ້, ລວມມີ 2,5 ຕື້ໂດລາສະຫະລັດ ຈາກ WB ແລະ 10  ຕື້ໂດລາສະຫະລັດ ຈາກ ADB ຈະເພີ່ມເຕີບ ດ້ວຍການລົງທຶນ ພາກເອກະຊົນ ເພື່ອແນໃສ່ ເປີດກວ້າງ ບັນດາໂອກາດເຮັດວຽກ ແລະ ດຳເນີນທຸລະກິດໃໝ່ຢູ່ ອາຊຽນ. ບັນດານັກລົງທຶນ ພາກເອກະຊົນສາກົນ ມາຈາກເຂດ ອາຣັບ, ຍີ່ປຸ່ນ ແລະ ສປ ຈີນ ມີຄວາມສົນໃຈ ທີ່ສຸດຕໍ່ ການລົງທຶນ ເຂົ້າພາກພື້ນ, ພິເສດແມ່ນຕາໜ່າງໄຟຟ້າ ອາຊຽນ (APG). ຂະນະທີ່ ບັນດາບ້ວງເງິນລົງທຶນໃໝ່ ຈະນຳມາເຊິ່ງບັນດາໂອກາດເຮັດວຽກ ແລະ ດຳເນີນທຸລະກິດ ໃຫ້ທົ່ວພາກພື້ນ ອາຊຽນ, ພ້ອມທັງ ຢັ້ງຢືນບັນດາປະເທດ ສະມາຊິກ ອາຊຽນ ໄດ້ເຫັນດີ ເປັນເອກະພາບວ່າ APG ແມ່ນເສັ້ນທາງ ໃນພາຍພາກໜ້າໃຫ້ແກ່ ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top