ສປ ຈີນ ພວມວາງແຜນ ຈະສະກັດ ດາວເຄາະນ້ອຍ ເພື່ອທົດສອບ ແຜນປ້ອງກັນ ບໍ່ໃຫ້ດາວເຄາະນ້ອຍຕຳໃສ່ໂລກ

08/09/2025 21:20
Email Print 663
ຂປລ ກອງປະຊຸມ ເວທີປຶກສາຫາລື ສາກົນ ທ່ຽນຕູ່ ກ່ຽວກັບ ການສຳຫລວດ ອະວະກາດ ຊັ້ນເລິກ ຄັ້ງທີ 3 ໄດ້ຈັດຂຶ້ນ ຢູ່ນະຄອນເຫີຝຸຍ ເທດສະບານ ແຂວງອ່ານຮຸ່ຍຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກອງປະຊຸມ ເວທີປຶກສາຫາລື ສາກົນ ທ່ຽນຕູ່ ກ່ຽວກັບ ການສຳຫລວດ ອະວະກາດ ຊັ້ນເລິກ ຄັ້ງທີ 3 ໄດ້ຈັດຂຶ້ນ ຢູ່ນະຄອນເຫີຝຸຍ ເທດສະບານ ແຂວງອ່ານຮຸ່ຍຂອງ ສປ ຈີນ. ທ່ານ ອູເຫວີຍເຣີ໋ນ ບັນດິດສະພາ ບັນດິດ ວິສະວະກຳຈີນ ທັງເປັນຫົວໜ້າໃຫຍ່ ນັກອອກແບບ ໂຄງການສຳຫລວດ ດວງຈັນຂອງ ສປ ຈີນ ໄດ້ລາຍງານ ໃຫ້ຮູ້ ວ່າ: ສປ ຈີນ ພວມວາງແຜນດຳເນີນ ພາລະກິດ ສາທິດ ທົດສອບ ການຍິງ ເພື່ອຫັນປ່ຽນທິດ ທາງໂຄຈອນ ຂອງດາວເຄາະນ້ອຍ ດ້ວຍແຮງເດີນເຄື່ອນ ເພື່ອທົດສອບ ຄວາມເປັນໄປໄດ້ ຂອງແຜນການປ້ອງ ກັນໄພ ບໍ່ໃຫ້ດາວເຄາະນ້ອຍ ພຸ່ງຕຳໂລກ. ທ່ານ ອູເຫວີຍເຣີ໋ນ ກ່າວຕື່ມວ່າ: ສປ ຈີນ ຈະສົ່ງຍານຂຶ້ນສູ່ ອະວະກາດ ເພື່ອໄປສະກັດ ດ້ວຍການຕໍາວັດຖຸ ຂະໜາດນ້ອຍທີ່ຢູ່ໄກໂລກ ປະມານ 10 ລ້ານກິໂລ ແມັດ ແລະ ພວມໂຄຈອນ ສວນທາງເຂົ້າມາເຊິ່ງໜ້າ ເພື່ອພະຍາຍາມ ເຮັດໃຫ້ເກີດແຮງ ເດີນເຄື່ອນ ຢ່າງຂະໜາດໃຫຍ່ ແລະ ບັງຄັບໃຫ້ວັດຖຸ ຂະໜາດນ້ອຍ   ໜ່ວຍນີ້ ປ່ຽນເສັ້ນທາງໂຄຈອນ. ພາຍ ຫລັງ ສຳເລັດແລ້ວ ຕ້ອງເຮັດໃຫ້ວັດຖຸ ທີ່ໂຄຈອນ ຢູ່ອະວະກາດ ໜ່ວຍນີ້ ບໍ່ສາມາດໂຄຈອນ ມາຕຳໃສ່ໂລກ ອີກພາຍໃນ ເວລາຫລາຍສິບປີ ຫລື 100 ປີ ເປັນຢ່າງໜ້ອຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top