ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນ ການລະບາດຂອງພະຍາດໝາກສຸກລິງ

08/09/2025 22:13
Email Print 748
ຂປລ ອົງການ ອະນາໄມໂລກ (WHO) ໄດ້ອອກຖະແຫລງການ ຢຸດຕິ ການປະກາດ ໃຫ້ພະຍາດໝາກສຸກລິງ ຫລື MPOX ເປັນພາວະສຸກເສີນ ດ້ານສາທາລະນະສຸກ ລະຫວ່າງປະເທດ ຫລັງຈາກປະກາດ ໃນເດືອນສິງຫາປີກາຍນີ້

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນເຈນີວາ ປະເທດສະວິດ ເມື່ອວັນທີ 7 ກັນຍານີ້ວ່າ ອົງການ ອະນາໄມໂລກ (WHO) ໄດ້ອອກຖະແຫລງການ ຢຸດຕິ ການປະກາດ ໃຫ້ພະຍາດໝາກສຸກລິງ ຫລື MPOX ເປັນພາວະສຸກເສີນ ດ້ານສາທາລະນະສຸກ ລະຫວ່າງປະເທດ ຫລັງຈາກປະກາດ ໃນເດືອນສິງຫາປີກາຍນີ້ ເນື່ອງຈາກການລະບາດຂອງ ພະຍາດດັ່ງກ່າວ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ.

ທ່ານ ເທດຣໍສ ແອດຮານອມ ເກເບຣເຍຊຸສ ຜູ້ອໍານວຍການ ຂອງ ອົງການອະນາໄມໂລກ ກ່າວວ່າ ການປະກາດ ຢຸດຕິດັ່ງກ່າວ, "ໂດຍອີງໃສ່ ພື້ນຖານ ຈາກຈຳນວນ ຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຫລຸດລົງ ຢ່າງຕໍ່ເນື່ອງ ໃນກົງໂກ ແລະ ປະເທດອື່ນໆ ທີ່ ໄດ້ຮັບຜົນກະທົບ ລວມເຖິງ ບູຣູນດີ,  ເຊຍຣາເລອອນ ແລະ ອູກັນດາ.  ປະຈຸ​ບັນ, ​ປະຊາຄົມໂລກ​ ມີ​ຄວາມ​ເຂົ້າ​ໃຈ ​ຢ່າງ​ຈະ​ແຈ້ງ​ຫລາຍຂຶ້ນ ກ່ຽວ​ກັບ ​ປັດ​ໄຈ ການແພ່ລະບາດ ຂອງ ເຊື້ອພະຍາດ ໝາກສຸກລິງ, ພ້ອມທັງ​ ປະ​ເທດ​ ທີ່ໄດ້ຮັບ ຜົນກະທົບ ​ຢ່າງ​ຮ້າຍ​ແຮງ​ ກໍ່​ສາມາດ ເພີ່ມຂິດຄວາມສາມາດ ​ໃນການ ຕອບສະໜອງ ຕໍ່ພະຍາດ ໄດ້ຢ່າງຕໍ່ເນື່ອງ./

KPL

ຂ່າວອື່ນໆ

ads
ads

Top