ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

02/09/2025 11:16
Email Print 135
ຂປລ ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມຊຽງໄຮ້ ຄັ້ງທີ 25.

    ຂປລ. ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ທີ່ນະຄອນທ່ຽນຈິ່ນ, ສປ ຈີນ ເຊິ່ງໃນພາກ ພິທີເປີດ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນຈີນ ໄດ້ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ຄໍາຂວັນ “ການສົ່ງເສີມການຮ່ວມມືຫລາຍຝ່າຍ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມການພັດທະນາແບບຍືນຍົງ (Im-plementing multilateralism, ensuring regional security and promoting sustainable development)” ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບການນໍາ ສູງສຸດຈາກບັນດາປະເທດສະມາຊິກຂອງອົງການ, ປະເທດຄູ່ຮ່ວມເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການການຈັດຕັ້ງສາກົນ ໂດຍໄດ້ຢໍ້າຄືນຄວາມໝາຍຄວາມສໍາຄັນຂອງອົງການຮ່ວມມືຊຽງໄຮ້ ທີ່ມີບົດບາດເປັນເວທີສໍາລັບການຮ່ວມ ມືດ້ານຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ການແລກປ່ຽນທາງດ້ານວັດທະນະທໍາພາຍໃນພາກພື້ນ. ທ່ານຍັງໄດ້ກ່າວວ່າ “ໃນທ່າມກາງສະພາບທີ່ໂລກກຳລັງຜະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນຄວາມບໍ່ມີສະຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງການຮ່ວມມືຊຽງໄຮ້ ຈະຕ້ອງແບກຮັບຄວາມຮັບຜິດຊອບທີ່ຫລາຍຂຶ້ນກວ່າເກ່ົາໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກໆປະເທດໃນໂລກ”. ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມທັງ, ຍຶດໝັ້ນໃນຫລັກການຂອງການຮ່ວມມືຫລາຍຝ່າຍ ແລະ ການມີສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມກັນທ່າມກາງສະພາບການທີ່ຄາດຄະເນໄດ້ຍາກນີ້.

    ໃນໄລຍະກອງປະຊຸມພິເສດ ໃນພາກກອງປະຊຸມບັນດາປະເທດ ສະມາຊິກບວກ ຫລື “SCO Plus” ສປປ ລາວ ໄດ້ຖືກຮັບຮອງຢ່າງເອກະສັນໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ. ໃນໂອກາດທີ່ມີຄວາມໝາຍນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວບົດປາໄສໂດຍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກຂອງອົງການ ທີ່ໃຫ້ການສະໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ສປປ ລາວ. ທ່ານ ປະທານປະເທດ ຍັງໄດ້ຢໍ້າຕື່ມວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫລັກການ ແລະ ເປົ້າໝາຍຂອງອົງການການຮ່ວມມືຊຽງໄຮ້ ທີ່ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ທີ່ຍາມໃດກໍຍຶດໝັ້ນຫລັກການສັນຕິພາບເອກະລາດ ມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພ້ອມທັງຢໍ້າຕື່ມວ່າສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ການພັດທະນາແບບຍືນຍົງ”. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະ; ພົບປະສອງຝ່າຍກັບ ທ່ານ ພົນເອກ ອາວຸໂສ ມິນອອງລາຍ, ປະທານ ຄະນະກຳມາທິການຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບ, ຮັກສາການປະທານາທິບໍດີ ແຫ່ງ ສສ ມຽນມາ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄ ພີ ຊາມາ ໂອລີ ນາຍົກລັດຖະມົນຕີແຫ່ງ ເນປານ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດ ມະຫາ ບໍວໍທິບໍດີ ຮຸນມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດດັ່ງກ່າວ.

    ອົງການຮ່ວມມືຊຽງໄຮ້ (SCO) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານສ້າງຕັ້ງຂຶ້ນໃນປີ 2001 ທີ່ນະຄອນຊຽງໄຮ້ ໂດຍ 6 ປະເທດກໍ່ຕັ້ງຄື: ສປ ຈີນ, ຣັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ. ປັດຈຸບັນ, ອົງການ SCO ມີປະເທດສະມາຊິກທັງໝົດ 10 ປະເທດ, ປະເທດສັງເກດການ 2 ປະເທດ ແລະ ປະເທດທີ່ເປັນຄູ່ ຮ່ວມເຈລະຈາ 15 ປະເທດ (ລວມທັງ ສປປ ລາວ) ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນວັດທະນະທໍາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

    ການເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ເປັນຄັ້ງປະຖົມມະລືກສໍາລັບ ສປປ ລາວ ໃນເວທີດັ່ງກ່າວ ເຊິ່ງສາມາດສະຫລຸບຕີລາຄາໄດ້ວ່າການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນມີຜົນສໍາເລັດອັນຈົບງາມ ແລະ ເປັນການເສີມຂະຫຍາຍການຮ່ວມມືທາງການທູດໃຫ້ເຂົ້າເຖິງຂົງເຂດ ຢູຣາເຊຍ ພ້ອມທັງ, ສ້າງຄວາມຮັບຮູ້ອັນເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງອົງການໃຫ້ຫລາຍຂຶ້ນຕື່ມ.

KPL

ຂ່າວອື່ນໆ

ads
ads

Top