ຂປລ
ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພະນັກງານຫລັກແຫລ່ງ ເມືອງວຽງພູຄາ ແຂວງຫລວງນ້ຳທາ 35 ທ່ານ ຍິງ 8 ທ່ານ ສຳເລັດການຍົກລະດັບທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ຮຸ່ນທີ I ເມື່ອມໍ່ໆມານີ້.
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພະນັກງານຫລັກແຫລ່ງ ເມືອງວຽງພູຄາ ແຂວງຫລວງນ້ຳທາ 35 ທ່ານ ຍິງ 8 ທ່ານ ສຳເລັດການຍົກລະດັບທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ຮຸ່ນທີ I ເມື່ອມໍ່ໆມານີ້ໂດຍມີ ທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ແສງ ເຊີຍສົມບັດ ຮອງເລຂາໜ່ວຍພັກຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ພ້ອມດ້ວຍຄູອາຈານ, ຫ້ອງການກ່ຽວຂ້ອງເຂົ້າຮ່ວມ. ການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ I ໃຫ້ພະນັກງານຫລັກແຫລ່ງ ແລະ ສະມາຊິກພັກສົມບູນຈາກອົງການ, ກົມກອງ, ກຳລັງ ປກຊ-ປກສ ຂອງ ເມືອງວຽງພູຄາ ໄດ້ເປີດການຮຽນ-ການສອນມາແຕ່ວັນທີ 9 ມິຖຸນາ 2025 ຮອດວັນທີ 28 ສິງຫາ 2025 ຕາມຫລັກສູດທີ່ວາງໄວ້ ເຊິ່ງປະກອບມີ: 6 ກຸ່ມວິຊາຮຽນມີ 50 ບົດ ແລະ 5 ຫົວຂໍ້, ມີອາຈານສອນມາຈາກໂຮງຮຽນການເມືອງ-ການປົກຄອງແຂວງ 16 ທ່ານ ຍິງ 3 ທ່ານ, ອາຈານຮັບເຊີນ 1 ທ່ານ. ການຍົກລະດັບທິດສະດີຄັ້ງນີ້ ກໍເພື່ອເປັນການບໍາລຸງທິດສະດີການເມືອງ ໃຫ້ແກ່ພະນັກງານຫລັກແຫລ່ງຂັ້ນເມືອງ ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ, ເຮັດໃຫ້ມີແນວຄິດຫລັກໝັ້ນຊົນຊ້ັນກໍາມະກອນ, ມີແນວຄິດເຊື່ອໝັ້ນຕ່ໍການນໍາພາຂອງພັກກໍຄືພາລະກິດການປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ, ມີຄຸນທາດການເມືອງຢ່າງໜັກແໜ້ນ, ເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນໜ້າທ່ີວຽກງານຂອງຕົນຮັບຜິດຊອບ ຕ້ອງຖືເອົາເປັນບົດຮຽນທ່ີສຳຄັນ ແລະ ຮູ້ໝູນໃຊ້ເຂົ້າໃນການນໍາພາ-ຊ້ີນໍາວຽກງານຕົວຈິງພາຍໃນກົມກອງຂອງຕົນໃຫ້ໄດ້ຮັບໝາກຜົນສູງຂຶ້ນ.
ໂອກາດນ້ີ, ທ່ານ ນາງ ເຮືອຍ ສົມຫວັງ ໄດ້ເນັ້ນໃຫ້ບັນດານັກຮຽນນັກສຶກສາ ທີ່ຮຽນຈົບໃນຊຸດຮຽນ ນ້ີ ຈ່ົງນໍາເອົາຄວາມຮູ້ຄວາມສາມາດ ທີ່ໄດ້ຮຽນໄປນຳໃຊ້ເຂົ້າໃນວຽກງານຕົວຈິງໃນກົມກອງຂອງຕົນ ເພື່ອພັດທະນາຕົນເອງ, ກົມກອງຂອງຕົນໃຫ້ມີການຫັນ ປ່ຽນໃນພຶດຕິກຳຢ່າງແທ້ຈິງ ແລະ ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ, ທິດສະດີ, ແນວທາງທ່ີຮຽນມາຕ້ອງໄດ້ຮັບການທົດສອບ ແລະ ຢືນຢັນຈາກພຶດຕິກຳຕົວຈິງໃຫ້ບັນດາສະຫາຍຄົ້ນຄວ້າວິໄຈ ແລະ ສະຫລຸບສັງລວມຢ່າງມີວິທະຍາສາດ, ມີປະສິດທິພາບສູງເພື່ອປັບປຸງວຽກງານໃນກົມກອງ, ກໍ່ສ້າງ, ພັດທະນາຕົນເອງ ໃນຂະບວນການວຽກງານຕົວຈິງໃຫ້ຫລາຍຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນ ປັດຈຸບັນ ພ້ອມທັງເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນຝຶກຝົນຫລໍ່ຫລອມຕົນເອງ ປັບປຸງປ່ຽນແປງຕົນເອງຈາກອັນເກົ່າໄປສູ່ອັນໃໝ່ ທີ່ມີຄຸນນະພາບສູງ.
ຂ່າວ-ພາບ: ຄໍາປິງ
KPL